ຊ່າງພາບເຜີຍຄລິບຂີ້ເຫຼຍື້ອອັນຫຼວງຫຼາຍທີ່ໜ້າຕົກໃຈໃນທະເລແຄຣິບບຽນ (ມີຄລິບ)



ແຄໂລລາຍ ເພົາເວີ້ ຜູ້ຊຳນານການຖ່າຍພາບໃຈ້ນຳ້ ເຜີຍຮູບຂີ້ເຫຍື້ອອັນມະຫາສານທີ່ລອຍເກາະກຸ່ມທະເລແຄຣິບບຽນບໍລິເວນລະຫວ່າງຮອນດູຣັດແລະກວາເຕມລາ ໂດຍເປັນຂີ້ເຫຍື້ອປຣາສຕິກທີ່ທັງມີທັງເສດກວດນຳ້ແລະບ່ວງຊ້ອມປຣາສຕຶກ, ຈານໂພມ, ເສື້ອຜ້າເກົ່າ, ເຂັມສັກຍາແລະຊາກສັດທີ່ນຳ້ທະເລພັດມາລວມກັນ

ຂີ້ເຫຍື້ອຈຳນວນຫຼວງຫຼາຍພົບເຫັນທີ່ 24.135 ກິໂລແມັດອອກຈາກຟັງ ສ້າງຄວາມຕົກໃຈໃຫ້ກັບທີມນັກດຳນຳ້ຫຼາຍ ເພາະຄາດວ່າທະເລອັນງົດງາມຈະກາຍເປັນຂີ້ເຫຍື້ອທີ່ໃຫຍ່ແລະຫຼາຍກວ່າເກົ່າ ແລະຍັງຮັດໃຫ້ເກີດອັນຕະລາຍກັບສັດນຳ້ແລະທະເລອື່ນໆ ທີ່ຄດວ່າຂີ້ເຫຍື້ອເລົ່ານີ້ເປັນອາຫານຂອງພວກມັນອີກດ້ວຍ






 

ຂໍຂອບໃຈຂໍ້ມູນຈາກ: Thaiza
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments