ອົງການອານາໄມໂລກເຜີຍອັນດັບ " ເມືອງທີ່ມີມົນລະຜິດຫຼາຍທີ່ສຸດ"
ການຈັດອັນດັບຂອງອົງການອະນາໄມໂລກ (WHO) ໃນເລື່ອງການວັດລະດັບມົນພິດທາງອາກາດ ທີ່ວັດຈາກປະລິມານຝຸ່ນລະອອງຂະໜາດໜ້ອຍກວ່າ 2.5 ໄມຄຣອນໃນບັນຍາກາດ ພົບວ່າໃນ 10 ອັນດັບທຳອິດມີເມືອງໃນອິນເດຍຕິດອັນດັບເຖິງ 4 ເມືອງນຳກັນ.
ເມືອງສ່ວນໃຫຍ່ທີ່ຕິດອັນດັບ ມັກປະສົບກັບບັນຫາມົນພິດທີ່ເກີດຈາກໂຮງງານອຸດສາຫະກຳ ຫຼື ພາກການກະເສດ ແຕ່ເມືອງທີ່ມີມົນລະພິດສູງທີ່ສຸດໃນໂລກອັນດັບທີ 1 ຊໍ້າພັດເປັນເມືອງຊາໂບນຂອງອິຣານ ເຊິ່ງມົນລະພິດເກີດຈາກພາຍຸຊາຍຈຳນວນຫຼາຍໃນຊ່ວງໜ້າຮ້ອນ ເຮັດໃຫ້ເກີດຝຸ່ນຄວັນ, ສ່ວນອັນດັບທີ 2 ຄືເມືອງກວາລິເອີ ໃນລັດມັດທະຢຍະປະເທດທາງຕອນເໜືອຂອງອິນເດຍ. ນອກຈາກນີ້ໃນ 10 ອັນດັບຍັງມີເມືອງຂອງອິນເດຍອີກ 3 ເມືອງໄດ້ແກ່ ອັນລໍຮາບາດ, ປັດຕະນາ ແລະ ໄຣປູ.
ສ່ວນເມືອງຫຼວງຂອງອິນເດຍແມ່ນ ກຸງນິວເດລີ ຕິດອັນດັບຢູ່ທີ 11 ສ່ວນໃນປະເທດອື່ນໆ ກຸງໂດຮາຂອງກາຕາຢູ່ໃນອັນດັບທີ 42, ກຸງປັກກິ່ງຂອງຈີນຢູ່ອັນດັບທີ 57, ກຸງອາບູດາບີຂອງສະຫະລັດອາຣັບເອມິເຣດຢູ່ທີ່ອັນດັບ 193 ສ່ວນເພື່ອນບ້ານເຮົາຢ່າງ ໄທ ມີແຂວງນະຄອນສະຫວັນທີ່ຕິດອັນດັບທີ 482.
ອົງການອະນາໄມໂລກໄດ້ກຳນົດເກນໄວ້ວ່າ ປະລິມານຝຸ່ນລະອອກຂະໜາດນ້ອຍກວ່າ 2.5 ໄມຄຣອນໃນບັນຍາກາດທີ່ກວດວັດໄດ້ ບໍ່ຄວນເກີນ 25 ໄມໂຄຣກຣາມຕໍ່ແມັດກ້ອນໃນ 24 ຊົ່ວໂມງ ແລະ ສະເລ່ຍບໍ່ເກີນ 10 ໄມໂຄຣກຣາມຕໍ່ແມັດກ້ອນໃນ 1 ປີ ເພາະຫາກປະຊາຊົນສູບດົມໃນປະລິມານຫຼາຍ ອາດສົ່ງຜົນໃຫ້ເກີດພະຍາດທີ່ກ່ຽວຂ້ອງກັບທາງເດີນຫາຍໃຈ, ຫຼອດເລືອດ ແລະ ອາດກໍ່ໃຫ້ເກີດພະຍາດມະເຮັງໄດ້.
ເອົາມາໃຫ້ເບິ່ງ 5 ປະເທດ1 ກາຍອານາ
2 ເກົາຫຼີເໜືອ
3 ເກົາຫຼີໃຕ້
4 ສີລັງກາ
5 ລິທົວເນຍ
ຂອບໃຈຂໍ້ມູນຈາກ : muan.sanook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment