ນັກດຳນ້ຳໄດ້ດຳລົງໄປພິສູດ “ໃຕ້ເກາະຂອງຄຳຊະໂນດ”



ເຊື່ອວ່າຫຼາຍຄົນເຄີຍໄດ້ຍິນວັງນາຄິນມາແລ້ວ ຫຼືຮູ້ຈັກອີກຊື່ໜຶ່ງວ່າ ວັງພະຍານາກພໍ່ປູສີສຸດໂທ ມື້ອນີ້ເລີຍສິພາມາເບິ່ງເກາະຄຳສະໂນດນີ້ ຕັ້ງຢູ່ 3 ບ້ານຄື ບ້ານລະວັງທອງ,ບ້ານມ່ວງ ແລະ ບ້ານຈັນ ໃນເມືອງບ້ານດຸງ ແຂວງອຸດອນທານີ ເປັນປ່າທີ່ມີລັກສະນະຄ້າຍເກາະຂຶ້ນກາງທົ່ງນາ ເຕັມໄປດ້ວຍຕົ้ນຊະໂນດ ເຊິ່ງເປັນສະຖານທີ່ລ່ຳລືຢ່າງຫຼາຍໃນເລື່ອງທີ່ຢູ່ພະຍານາກ ແລະ ໃນບໍລິເວນນາຄິນນັ້ນມີເຂດນ້ຳອ້ອມຮອບເປັນຄືເກາະ ເຊິ່ງໃນອະດິດບໍ່ມີໃຜກ້າລົງໄປໃຕ້ນຳ້ຄຳສະໂນດເລີຍເພາະຊາວບ້ານເຊື່ອວ່າໃຕ້ເກາະຈະມີຖຖ່ຳຢູ່ ນຳໄປເຖິງສະຫວັນແລະວັງບາດານ ອີກທັງຍັງມີຄວາມເຊື່ອວ່າ ໃຕ້ເກາະນັ້ນຈະມີແຂ້ ເຊິ່ງແຂ້ໂຕນັ້ນກໍເປັນເລື່ອງຂອງປູສີສຸດໂທທີ່ຊາວບ້ານເລົ່າກັນນັ້ນເອງ ແຕ່ປັດຈຸບັນໄດ້ມີທີມມູນນິທິສະຫວ່າງເມທາ ແຂວງອຸດອນທານີ ບຸກດຳລົງໄປພິສູດອາທອນ ຄວາມເລິກລັບ ໃຕ້ເກາະຄຳສະໂນດ ເຮົາມາເບິ່ງເລີຍໃຕ້ເກາະມີຫຍັງແດ່ ຈະເປັນຕາຢ້ານຄືຜູ້ເລົ່າຂານບໍ ເຮົາໄປເບິ່ງເລີຍ


ລົງໄປຄັ້ງທຳອິດຂອງນັກດຳນ້ຳ ເລົ່າວ່ານ້ຳຢູ່ໃຕ້ເກາະຄຳສະໂນດໃສຫຼາຍ ມີສາລ່າຍແລະສາມາດເຂົ້າໄປໄດ້ອີກ ຫຼັງຈາກນັ້ນຈຶ່ງໄດ້ລົງໄປສຳຫຼວດຄົ້ງທີສອງເພື່ອໄປຖ່າຍພາບໃຕ້ເກາະຄຳສະໂນດ ນັກດຳນ້ຳດຳລົງໄປທິດທາງເກົ່າ ໄດ້ປະມານ 20 ແມັດຜ່ານໄປປະມານ 10 ນາທີ ທາງເທິງກໍໄດ້ຮັບສັນຍານໃຫ້ດຶງເຊືອກ ເພາະນັກດຳນ້ຳເຂົ້າໄປບໍ່ໄດ້ຈຶ່ງໄດ້ໃຫ້ສັນຍານຂໍຂຶ້ນຝັ່ງ


ແລະນີ້ຄືຄຳເລົ່າຂອງນັກດຳນ້ຳ ເຂົາເລົ່າວ່າ ທາງໃນເຂົ້າໄປເປັນຖ່ຳເຂົ້າໄປ ຄື ຖ່ຳລອຍໄດ້ ເຂົາໄດ້ເຄຍທາງໃຫ້ໂລ່ງ ພໍຄັ້ງທີສອງລົງໄປປາກົດວ່າ ມັນຕັນ ເປັນຮາກໄມ້ຍາວຕິດພື້ນ ເຂົ້າໄປບໍ່ໄດ້ຄືຮອບແລກ ແລະມີກິ່ງຫຍ້າບັງ ເຂົາພະຍາຍາມເຄຍອອກແລ້ວກໍ່ເຂົ້າໄປບໍ່ໄດ້ ເວລາເອົາຫຍ້າອອກໄປນັ້ນ ໄມ່ໄດ້ເກາະຕາມແຂ່າງຂາຄືມີຄົນດຶງບໍ່ໃຫ້ເຂົ້າໄປ ຈຶ່ງເຮັດໃຫ້ເຂົາຂຶ້ນມາຢ່າງໄວ


ຕໍ່ມາມີນັກວິທະຍາ ຈາກກົມວິທະຍາທໍລະນີໄດ້ອະທິບາຍວ່າ ຄັ້ງທຳອິດທີ່ເຂົ້າໄປ ອາດເປັນການສ້າງຊ່ອງວ່າງໃຫ້ເກີດຂຶ້ນ ເມືອເຮົາເຮັດຊ່ອງວ່າງໄວ້ຂີ້ເຫຍື້ອຫຼືຮາກໄມ້ພືດທີ່ຢູ່ໃຕ້ນ້ຳ ມັນກໍ່ຕັ້ງປັບໂຕໃໝ່ ບ່ອນໃດມີຊ່ອງວ່າງມັນກໍ່ຈະມີການປັບໂຕເຂົ້າມາ ພໍເຂົ້າໄປອີກທເທື່ອທີສອງມັນກໍມາບັງເບິດແລ້ວ ຈະມີຕົ້ນໄມ້ທີ່ສາມາເກີດຢູ່ນ້ຳແລະພື້ນດິນເອີ້ນວ່າເກາະລອຍ ບາງສ່ວນເຂົາເຊື່ອວ່າຮາກຂອງມັນລົງໄປຈົນພື້ນຫີນຂອງໃຕ້ໜອງນ້ຳ


ຢ່າງໃດກໍ່ຕາມຊາວບ້ານເຊື່ອວ່າ ດິນແດນແຫ່ງນີ້ເປັນດິນແດນສັກສິດທີ່ຫ້າມໃຫ້ຄົນເຂົ້າໄປ ແຕ່ການສຳຫຼວດທາງວິທະຍາສາດຄັ້ງນີ້ມີສ່ວນຊ່ວຍໃຫ້ເຮົາຮູ້ວ່າ ເກາະຄຳຊະໂນດສາມາດລອຍໄດ້ເພາະຕົ້ນຊະໂນດລົງເລິກເຂົ້າໄປຈົນເຖິງພື້ນນ້ຳ ນັບເປັນປາກົດຕະການອັດສະຈັນໃຈຫຼາຍ


ນັບວ່າທີມງານນີ້ໃຈກ້າຫຼາຍ


ຕຳນານເປັນຕາຢ້ານ


ມົນຂັງຂອງປ່າຄຳຊະໂນດ


ຄວາມສັກສິດຂອງພໍ່ປູສີສຸດໂທ ແລະ ແມ່ຍ່າສີປະທຸມມາ


ບໍ່ນ້ຳ


ແລະນັບເປັນການປຸກໃຕ້ປ່າຄຳຊະໂນດຄັ້ງທຳອິດ ນັບວ່າເປັນເລື່ອງແປກປະຫຼາດອີກເລື່ອງໜຶ່ງກໍ່ວ່າໄດ້ ຄວາມສັກສິດຂອງປ່າຄຳຊະໂນດ ເປັນສິ່ງທີ່ເຮັດໃຫ້ຄົນເຊື່ອແລະສັດທາ ທຸກໆປີປ່າຄຳສະໂນດບໍ່ເຄີຍງຽບເຫງົາເລີຍ ຜູ້ຄົນໃນປະເທດແລະຕ່າງປະເທດໄປກາບໄຫວເຄົາລົບບູຊາຢ່າງໜາແນ່ນ ເຮັດໃຫ້ເກາະນີ້ຍິ່ງມີມົນຂັງກວ່າເກົ່າ......

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments