ຕຳແລ້ວຫນີມີແຕ່ຊວຍກັບຊວຍ ຜູ້ຖືກຕຳປະກາດນຳຫາຜູ້ຕຳມາຮັບຜິດຊອບດ່ວນ


ຂໍຄວາມຊ່ວຍເຫຼືອນໍາທຸກທ່ານອ່ານຂໍ້ຄວາມນີ້ດ້ວຍ ເລື່ອງມີຢູ່ວ່າຕອນປະມານ 22:10 ນາທີ ຂອງວັນທີ 25.11.2017 ແມ່ຂອງຂ້າພະເຈົ້າໄປຮັບນ້ອງສາວມາຈາກທາງສະໜາມບີນ ແລ້ວມາຈົດຢູ່ 4ແຍກໄຟແດງບ້ານອາກາດ ໃນຄະນະທີ່ຈົດໄຟແດງຢູ່ນັ້ນກໍ່ມີລົດຄັນ 1 ຂັບລົດມາດ້ວຍຄວາມໄວແລ້ວມາຕໍາເອົາກົ້ນລົດຂອງແມ່ຂ້າພະເຈົ້າແລ້ວຂັບລົດໜີ່ໄປຢ່າງໜ້າຕາເຊີຍ ໃນເວລາດຽວກັນກໍ່ມີພົນລະເມືອງດີຂັບລົດຈັກມາບອກວ່າ ລົດຄັນດັ່ງກ່າວກໍ່ຂັບດ້ວຍຄວາມປະມານຈົນຊິຕໍາເອົາລາວ ເຊັ່ນດຽວກັນ, ແມ່&ນ້ອງຂອງຂ້າພະເຈົ້າກໍ່ມີຄວາມຕົກໃຈຫຼາຍ ແຕ່ຍັງມີສະຕິຈົດຈໍາປ້າຍລົດຄັນນັ້ນໄດ້ດີ ລົດຄັນດັ່ງກ່າວ ແມ່ນລົດຍີ່ຫໍ່ ໄທເກີ້ ປ້າຍທະບຽນ ເລກທີ ກຂ 2114 ສີປອນເງີນ ດັ່ງນັ້ນຂ້າພະເຈົ້າຈຶ່ງຢາກຂໍຄວາມຊ່ວຍເຫຼືອກັບທຸກທ່ານຊ່ວຍກັນ ກົດ Like👍🏻 ກົດ Share ເພື່ອໃຫ້ຜູ້ກໍລະນີເພີ່ນຮັບຮູ້ ແລະ ມາແກ້ໄຂບັນຫາທີ່ເກີດຂຶ້ນນີ້ດ້ວຍ. ການທີທາງເຮົາອອກມາເວົ້າແບບນີ້ບໍ່ໄດ້ມີຈຸດປະສົງອື່ນ ນອກຈາກຕ້ອງການຄວາມຮັບຜິດຊອບຕໍ່ສິ່ງທີ່ຂຶ້ນເກີດ ເພາະທາງເຮົາໄດ້ຮັບການສູນເສຍ
ຖ້າມີຂໍ້ມູນສາມາດຕິດຕໍ່ເຮົາດ້ວຍ☎️ 020 99816800/ 030 5808942 
ຂໍຂອບໃຈເປັນຢ່າງສູງ ທີ່ເສຍສະລະເວລາອ່ານຂໍ້ຄວາມຂອງເຮົາ



ຂໍ້ມູນຈາກ: Jenny Khamphasith
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments