ຕຳຫຼວດ ສັງເກດເຫັນບ້ານຫຼັງໜຶ່ງ ”ຫິນມະລະລາຍ” ຢູ່ເທິງຫຼັງຄາບ້ານພຽງຫຼັງດຽວ!! ແລະສິ່ງນີ້ເຈົ້າຂອງບ້ານກໍ່ຖືກຈັບສາເຫດເພາະ...



 ເລື່ອງທີ່ເຫັນແລ້ວກໍ່ບໍ່ແປກໃຈເມື່ອບ້ານຫຼັງໜຶ່ງໃນເນເທຣີແລນ ຢູ່ໃນລະດູການຫິນມະຕົກທີ່ຄົກລົງມາປົກຄຸມຫຼັງຄາບ້ານຫຼັງອື່ນໆ ແຕ່ໃນຂະນະດຽວກັນນີ້ ບ້ານຫຼັງນີ້ທີ່ມີບາງສ່ວນບໍ່ຖືກຫິນມະເກາະເລີຍ ເຊິ່ງນັ້ນແມ່ນສາເຫດທີ່ນຳໄປສູ່ການຄົ້ນພົບທີ່ເປັນຕາແປກໃຈ

ເຈົ້າໜ້າທີ່ຕຳຫຼວດເຫັນຂໍ້ສົງໃສຫຼັງຈາກເຫັນຫຼັງຄາບ້ານຫຼັງນີ້ ໃນເມືອງຣາເລມ ທີ່ມີຫຼັງຄາບໍ່ຄືກັບບ້ານຫຼັງອື່ນໆ ທີ່ປົກຄຸມດ້ວຍຫິນມະ ເຈົ້າໜ້າທີ່ຕຳຫຼວດໄດ້ເຮັດການເຂົ້າກວດສອບ ເຊິ່ງນັ້ນມັນກໍ່ຄຸ້ມສຳຫຼັບການເອະໃຈຄັ້ງນີ້

ເພາະບ້ານຫຼັງດັ່ງກ່າວເປັນສະຖານທີ່ປູກກັນຊາຜິດກົດໝາຍຂະໜາດໃຫຍ່ເລີຍ

ພືດເຫຼົ່ານີ້ຖືກປູກ ໂດຍໃຊ້ໂຄມໄຟທີ່ມີຄວາມຮ້ອນສູງຫຼາຍດອກ ເຊິ່ງນັ້ນສົ່ງຜົນໃຫ້ຫິນມະເທິງຫຼັງຄາບ້ານດັ່ງກ່າວເກີດລະລາຍຕ່າງຈາກບ້ານຫຼັງທົ່ວໆໄປ ຕາມກົດໝາຍແລ້ວ ເນເທຣີແລນ ປະຊາຊົນສາມາດປູກໄດ້ໃນບ້ານໂຕເອງບໍ່ເກີນ 5 ຕົ້ນເທົ່ານັ້ນ ແລະສຳລັບການຄອບຄອງຕ້ອງບໍ່ເກີນ 5 ກຣັມ ເຊິ່ງຈະຕ້ອງຢູ່ໃນຊ່ວງເວລາທີ່ກົດໝາຍລະບຸໃຫ້ນຳ

ເຖິງຈະເປັນ ມາລີຮວນນ່າ ຫຼືກັນຊາ ນັ້ນຈະເປັນຢາເສບຕິດທີ່ຜິດກົດໝາຍໃນຫຼາຍໆປະເທດ ແຕ່ກໍ່ມີບາງປະເທດສາມາດອະນຸຍາດໃຫ້ຄອບຄອງໄດ້ໃນປະລິມານຈຳກັດ ເຊົ່ນໃນລັດໂຄໂລຣາໂດ ຫຼືໃນບາງເຂດທີ່ປະເທດເນເທຣີແລນ ເຊິ່ງໄດ້ນຳມາໃຊ້ໃນການແພດແລ້ວເຊັ່ນກັນ ໃນການແກ້ໂລກລົມຊັກ ເຈັບຫົວໄມເກຣນ ເປັນຕົ້ນ ເຊິ່ງຈະຕ້ອງຢູ່ໃນການຄອບຄຸມໂດຍແພດສະເພາະທາງເທົ່ານັ້ນ

Cr: boredom therapy.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments