ງານເຂົ້າ Face ID ของ iPhone X ບໍ່ສາມາດແຍກໃບໜ້າຂອງຝາແຝດໄດ້



Apple ອາດຕ້ອງເຮັດວຽງບ້ານເພີ່ມເຕີມເມື່ອສອງຕ່າງປະເທດ ທົດສອບຟີເຈີ້ Face ID ກັບຝາແຝດພົບວ່າ iPhone X ບໍ່ສາມາດແຍກແຍະໃບໜ້າໄດ້

Face ID ຂອງ iPhone X

Face ID ຫຼືລະບົບສະແກນໃບໜ້າທີ່ມາແທນ Touch ID ແບບເກົ່າ ເປັນຟີເຈີ້ໄຮໄລສຳຄັນຂອງ iPhone X ທີ່ Apple ເອີ່ຍວ່າມີຄວາມແມັ້ນກວ່າ Touch ID ໂດຍມີມີຄວາມຜິດພາດ 1 ໃນ 1,000,000


ແຕ່ແລ້ວ Mashable ໄດ້ນຳ iPhone X ມາທົດສອບກັບຝາແຝດເພື່ອເບິ່ງວ່າ  Face ID ສາມາດແຍກແຍະໃບໜ້າທີ່ຄືກັນໄດ້ຫຼືບໍ່ ໂດຍໃຫ້ຝາແຝດຄົນທຳອິດສະແກນໃບໜ້າເພື່ອຕັ້ງຄ່າ  Face ID ກ່ອນ


ຈາກນັ້ນໃຫ້ຝາແຝດຄົນທີ 2 ລອງໃຊ້ຟີ Face ID ເພື່ອປົດລ໋ອກ iPhone X ຜົນປະກົດວ່າສາມາດປົດລ໋ອກໄດ້ ສື່ໃຫ້ເຫັນວ່າ iPhone X ແລະ Face ID ບໍ່ສາມາດແຍກແຍະໃບໜ້າຂອງຝາແຝດໄດ້




Mashable ກໍ່ໄດ້ທົດສອບອີກຄັ້ງໂດຍໃຫ້ຄູ່ແຝດປົດແວ່ນຕາ ຜົນກໍ່ຍັງເປັນຕືເກົ່າ ເນື່ອງຈາກຮູບແບບການຕັ້ງຄ່າ Face ID ນັ້ນຜູ້ໃຊ້ຕ້ອງໝູນໃບໜ້າໄປອ້ອມໆ ເພື່ອຕັ້ງຄ່າ ແລະ ເນື່ອງຈາກໃບໜ້າຂອງຝາແຝດມີຮູບຊົງ ແລະ ລັກສະນະຄືກັນຈື່ງເຮັດໃຫ້ Face ID ບໍ່ສາມາດແຍກແຍະໄດ້


ແນວໃດກໍ່ຕາມ Face ID ເຖິງຈະບໍ່ສາມາດແຍກແຍະໃບໜ້າຂອງຝາແຝດໄດ້ ແຕ່ກໍ່ສາມາດແຍກແຍະໃບໜ້າແທ້ກັບຮູບພາບໄດ້ ລວມໄປເຖິງການໃຊ້ງານໂດຍລວມຍັງຖືວ່າເຮັດໄດ້ດີ ເຊິ່ງກໍ່ຕ້ອງຖ້າ Apple ອອກມາແກ້ໄຂໃນຈຸດນີ້ເພີ່ມເຕີມ


ເບິ່ງວີດີໂອ


ທີ່ມາ -  mashable 



CR : www.iphonemod.net



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments