iPhone X ທົດສອບ Drop Test ຈາກຄວາມສູງ 300 ແມັດ ບໍ່ໃສ່ເຄສ ຈະລອດຫຼືບໍ່?
ເຮົາຄົງຈະໄດ້ເຫັນຄລິບການ Drop Test ຫຼືການນຳເອົາ iPhone X ມາທົດສອບການຕົກໃນແຕ່ລະລະດັບໄປແລ້ວວ່າລຸ້ນນີ້ຈະທົດໃນການກະແທກໄດ້ດີຊຳ່ໃດ ແຕ່ຄິດວ່າຫຼາຍຄົນຄືສິຍັງບໍ່ໄດ້ເບິ່ງຄລິບທົດສອບໂຕນີ້ເມື່ອເອົາ iPhone X ບິນຂຶ້ນໄປສູ່ທ້ອງຟ້າ ບິນສູງໃນລະດັບ 1000ຟຣຸດ ຫຼື 300ແມັດ ແລ້ວປ່ອຍໃຫ້ຕົກລົງມາກະທົບໃສ່ພື້ນດິນ ງານນີ້ iPhone X ຈະລອດຫຼືບໍ່ລອດມາເບິ່ງນຳກັນເລີຍ
ຜູ້ທົດສອບໄດ້ນຳເອົາ iPhone X ຜູກຕິດກັບເຊືອກເຊິ່ງຜູກໃສ່ໂດຣນ DJI Inspire 2 ບິນຂິ້ນໄປໃນອາກາດທີ່ມີຄວາມສູງ 1000ຟຣຸດ ຫຼື 300ແມັດ ແລ້ວປ່ອຍໃຫ້ຕົກລົງມາກະທົບໃສ່ພື້ນດິນ ງານນີ້ iPhone X ບໍ່ໄດ້ໃສ່ເຄສກັນກະແທກຍັງເລີຍ
ງານນີ້ຈະຈົບແບບງາມໆຫຼືສະຍອງຂວັນ ໄປຮັບຊົມຈາກຄລິບດ້ານລຸ່ມນີ້ເລີຍ
Cr: iMOD
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment