ຫຼາຍຄົນຄົງຈະຈື່ໄດ້!!! ກັບເຈົ້າຂອງສາຍຍາ “ໃຜບໍ່ໃຊ້ໄອໂຟນໂຄດເຊີຍ” ລ່າສຸດມາພ້ອມກັບ iPhone X ພ້ອມໂພສແບບນີ້


ຫຼາຍຄົນຄົງຈະຍັງຈື່ກັນໄດ້ກັບກໍລະນີ ສາວໂພສຮູບ iPhone 7 Plus ບອກ “ໃຜບໍ່ໃຊ້ໄອໂຟນໂຄດເຊີຍ” ຈົນກາຍເປັນກະແສດຣາມ່າມະ ເມື່ອຫຼາຍເດືອນກ່ອນນັ້ນ 


ເຊິ່ງເຈົ້າຂອງສາຍຍາ “ໃຜບໍ່ໃຊ້ໄອໂຟນໂຄດເຊີຍ“ ຫຼື “ດາກີ່ ພາວັນ” ລ່າສຸດມາພ້ອມກັບຊື່ເຟສໃໝ່ “ດາວນິນ ພິມມະສອນ” ພ້ອມໂພສຮູບໃນລັກສະນະໂອ້ອວດແຖມດູຖູກຄົນອື່ນອີກຕາມເຄີຍ ແຖມໂພສຮູບໂຊສ່ວນຮ່າງກາຍໂຕເອງລົງອີກດ້ວຍ, ຢ່າງໂພສລຸ່ມນີ້ກໍຄື iPhone X ພ້ອມກ່າວວ່າ “ ພວກຂີ້ຂ້າ ເງິນເດືອນບໍ່ມີປັນຍາຊື້ດອກ ເພາະເງິນຊິຊື້ກິນກໍບໍ່ມີ 555+ “ ຈາກນັ້ນຊາວເນັດກໍຖະລົ່ມຄອມເມັ້ນວິຈານນາງຢ່າງໃຫຍ່ ... ຄືດັ່ງຄອມເມັ້ນໜຶ່ງທີ່ກ່າວວ່າ “ຈາກດຣາມ່າຄັ້ງກ່ອນນາງບໍ່ໄດ້ສຳນຶກຫຍັງເລີຍ...”


iPhone X (ໄອໂຟນສິບ)


ທີ່ມາ: muanzon
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments