ຮູ້ໄວ້ສະ! ແຟນໃຜຫົວໃຫຍ່! ລັກລົມນຳກິກໃນ Line ແລ້ວລົບແຊັດ! ວິທີກູ້ງ່າຍໆ ແຄ່ເຮັດຕາມນີ້! ຮິບມາເບິ່ງລາຍລະອຽດເລີຍ
ມື້ນີ້ພວກເຮົາທິມງານ ລາວຮ໋ອດຮິດ ຈະພາໝູ່ເພື່ອນ ມາແກ້ເຄັດ! ພວກແຟນຫົວໃຫຍ່...ທີ່ລັກແຊັດກັບກິກໃນ Line ແລ້ວບັງອາດລົບ!! ເຮົາມີວິທີງ່າຍໆ ໄປເບິ່ງກັນເລີຍຍຍຍຍ
ກ່ອນທີ່ເຮົາຈະໄປເຖິງ ວິທີກູ້ແຊັດໃນໄລສ ເຮົາຕ້ອງເກັບຂໍ້ມູນຕາມນີ້ກ່ອນ
1) ເຂົ້າ Line ແລ້ວເລືອກຄົນທີ່ເຮົາຈະເກັບຂໍ້ມູນກ່ອນ
2) ເມື່ອຢູ່ໜ້າແຊັດແລ້ວ ໃຫ້ເຮົາສັງເກດທີ່ມູມຂວາທາງເທິງຈະມີຮູບໂຕ V ໃຫ້ເຮົາກົດເຂົ້າໄປເລືອກແຊັດ
3) ເມື່ອເຂົ້າມາໃນໜ້າຕັ້ງຄ່າແລ້ວ ໃຫ້ເລືອກ "ສຳຮອງຂໍ້ມູນປະວັດການແຊັດ"
4) ເລືອກ ສຳຮອງຂໍ້ມູນທັງໝົດ
5) ຈະມີໜ້າຕ່າງໃໝ່ຂຶ້ນມາ ໜ້າຕ່າງນີ້ຈະບອກທີ່ຢູ່ຂອງຂໍ້ມູນທີ່ເຮົາເກັບ ແລ້ວໃຫ້ເລືອກ "ບໍ່" ແລ້ວຖ້າໂຫຼດ! ແຄ່ນີ້ກໍ່ເສັດສິ້ນການເກັບຂໍ້ມູນແລ້ວ
ເບິ່ງຮູບຕົວຢ່າງ
ຍ້າຍໄຟລຂໍ້ມູນທີ່ເຮົາເກັບໄວ້ ຈາກຕົວເຄື່ອງໄປເມັມໂມລີ່ກາດ
1) ເຂົ້າໄປທີ່ໄຟລສ່ວນໂຕ ແລ້ວເຂົ້າໄປໃນຄວາມຈຳເຄື່ອງ (Device Storage)
2) ເລືອກ Line_Backup ແລະເຮັດການ Copy ຫຼືຍ້າຍໄຟລ Line...zip ໄປທີ່ເມັມໂມລີ້ກາດ (SD memory card)
ເບິ່ງຮູບໂຕຢ່າງ
ເບິ່ງຮູບໂຕຢ່າງ
ເບິ່ງຮູບໂຕຢ່າງ
ເບິ່ງຮູບໂຕຢ່າງ
ເຂົ້າຂັ້ນຕອນວິທີການ ກູ້ແຊັດໄລສກັນເລີຍ...
1) ເຂົ້າໄປທີ່ໄຟລສ່ວນໂຕ ແລ້ວເລືອກໃນສ່ວນຂອງເມັມໂມລີ້ກາດ (SD memory card)
2) ເຮັດການຄັດລອກຫຼືຢ້າຍໄຟລ Line...zip ໄປທີ່ຄວາມຈຳເຄື່ອງ (Device storage) ແລ້ວນຳໄປວາງທີ່ Line_Backup
ເບິ່ງຮູບໂຕຢ່າງ
ເບິ່ງຮູບໂຕຢ່າງ
3) ເຂົ້າແອັບໄລ ເລືອກຄົນທີ່ຈະກູ້ຂໍ້ມູນ
4) ເມື່ອຢູ່ທີ່ໜ້າແຊັດແລ້ວ ໃຫ້ເຮົາສັງເກດທີ່ມູມຂວາຂ້າງເທິງຈະມີຮູບໂຕ V ໃຫ້ເຮົາກົດເຂົ້າໄປເລືອກຕັ້ງຄ່າແຊັດ
5) ເລືອກ ນຳເຂົ້າຂໍ້ມູນປະວັດການແຊັດ
6) ເລືອກ "ใช่" ແລ້ວຖ້າຈົນໂຫຼດແລ້ວ
4) ຕອບ "ຕົກລົງ" ແຄ່ນີ້ກໍ່ຮຽບຮ້ອຍແລ້ວ
Cr: CHIC VARIETY
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments
Post a Comment