ເປີດເຜີຍແລ້ວຊຸດປະຈຳຊາດລາວທີ່ຊະໃຊ້ເຂົ້າໃນປະກວດ Miss International 2017 ທີ່ປະເທດ ຢີ່ປຸ່ນ !!!
ເປີດເຜີຍໃຫ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນປະກວດ Miss International 2017 ຢູ່ທີ່ປະເທດ ຢີ່ປຸ່ນ ເຊິ່ງຊຸດດັ່ງກ່າວມີຊື່ວ່າ “ເຂົ້າຫນຽວສຽງແຄນແດນຈຳປາ”
ຊຸດປະຈຳຊາດ ຂອງ Miss International 2017 Phounsap Phonnyothaອອກແບບໂດຍ: Billy Si Amphanແຕ່ງໜ້າເຮັດຜົມໂດຍ: Alex Aliya Soundalaຖ່າຍພາບໂດຍ: Vilasak Sengphetmanyສະໜັບສະໜູນຊຸດປະຈຳຊາດໂດຍ: Lao Fashion Week Pany Saignavongsບິນລີ້ ສີອຳພັນ ເປັນຜູ້ອອກແບບຊຸດປະຈຳຊາດໃຫ້ກັບ Miss International Laos 2017 ມິມິ່ ພູນຊັບ ພົນໂຍທາ. ບິນລີ້ ເປັນນັກອອກແບບໜຸ່ມນ້ອຍຈາກໂຄງການປະກວດ Young Designer ຂອງ Lao Fashion Week ປີ 2015
ບິນລີ້ ໄດ້ດຶງເອົາເອກະລັກກິ່ນອາຍຄວາມເປັນລາວໃຕ້ເຊີ່ງໃສ່ຊື່ວ່າ: “ເຂົ້າຫນຽວສຽງແຄນແດນຈຳປາ” ດຶງເອົາຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:- ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ- ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ- ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ ຊ່ວຍກັນແຊ ແລະ ເປັນກຳລັງໃຈ ໃຫ້ກັບ ມິມິ້ ແດ່ເດີ
cr: www.kuanjailao.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.










Comments
Post a Comment