ຊຸດເວທີ Miss International ໄດ້ຖຶກວິຈານ ເພາະລາວຍັງຮັບວັດທະນະທຳໃຫມ່ບໍ່ໄດ້
ພາຍຫຼັງທີ່ຮູບພາບເທິງເວທີປະກວດ ນາງສາວອິນເຕີເນຊັ່ນແນວ (Miss International) ທີ່ມີນ້ອງ ມິມີ່ ສາວງາມຈາກປະເທດລາວເຂົ້າປະກວດ ຖືກເຜີຍແພ່ຜ່ານສື່ທັງໃນແລະຕ່າງປະເທດ ກໍເກີດກະແສວິພາກວິຈານເຖິງຊຸດລອຍນໍ້າ ທີ່ຂ້ອນຂ້າງເປີດແປນໃຫ້ເຫັນສະລີລະຫຼາຍ ໂດຍສະເພາະແມ່ນສ່ວນລຸ່ມ ວ່າມັນເປັນຊຸດທີ່ໂປ້ເປືອຍເກີນໄປຫຼືບໍ່.
ສຽງວິພາກວິຈານນັ້ນ ສະທ້ອນໃຫ້ເຫັນວ່າ ຄົນໃນສັງຄົມລາວໃນສະໄໝປັດຈຸບັນຈຳນວນຫຼາຍຍັງບໍ່ພ້ອມທີ່ຈະຮັບເອົາວັດທະນະທຳການນຸ່ງຖືຈາກຝ່າຍຕາເວັນຕົກເຂົ້າມາເທົ່າທີ່ຄວນ.
ວັດທະນະທຳການນຸ່ງຖືແມ່ນມີການພັດທະນາແລະປ່ຽນແປງໄປໃນແຕ່ລະຍຸກແຕ່ລະສະໄໝ ຂຶ້ນກັບວ່າການປູກຝັງໃຫ້ເບິ່ງສິ່ງນັ້ນໄປໃນທິດທາງໃດທໍ່ນັ້ນ. ຖ້າສາມາດຫວນຄືນຫຼັງໄປໄດ້ຈັກ 200 ປີຜ່ານມາ ແມ່ຍິງລາວໃນຊົນນະບົດອາດຈະຍັງບໍ່ທັນມີເສື້ອໃຫ້ນຸ່ງເພື່ອປົກປິດໜ້າເອິກເລີຍກໍມີ, ຫຼືຜູ້ຊາຍລາວບາງຄົນອາດຈະຍັງບໍ່ທັນໄດ້ນຸ່ງແມ່ນແຕ່ຜ້າກະຕ່ຽວກໍໄດ້. ແຕ່ເມື່ອຜ່ານການເວລາແລະຜ່ານຍຸກສະໄໝທຸກຢ່າງກໍຄ່ອຍໆ ພັດທະນາແລະປ່ຽນແປງໄປ ຄ້າຍຄືກົດເກນຂອງທຳມະຊາດທີ່ບໍ່ມີໃຜຢຸດມັນໄວ້ໄດ້.
ໄລຍະທີ່ປະເທດລາວຫາກໍສະຖາປະນາໃໝ່ໆ ຫຼືປະມານ ປີ 1975 – 1995 ການນຸ່ງຖືຂອງແມ່ຍິງລາວແມ່ນມີຄວາມມິດຊິດ ຫໍ່ຫຸ້ມເອົາສະລີລະເອົາໄວ້, ການປະກວດນາງສາວລາວກໍແມ່ນນຸ່ງຊຸດລາວ ນຸ່ງສີ້ນ, ເກົ້າຜົມ, ບ່ຽງແພ … ແຕ່ວ່າໄລຍະບໍ່ຫຼາຍປີມານີ້ ການປະກວດເທິງເວທີເລິ່ມໃຫ້ມີການນຸ່ງຊຸດປະກວດຫຼາກຫຼາຍຂຶ້ນ ທັງໃນແບບຊຸດປະຈຳຊາດລາວ, ຊຸດລາຕີ ແລະຊຸດກິລາ. ວັດທະນະທຳການນຸ່ງຖືຂອງຄົນໃນສັງຄົມກໍມີການປ່ຽນແປງໄປເຊັ່ນດຽວກັນ ຈາກແຕ່ກ່ອນຕາມຊົນນະບົດບາງບ້ານນັ້ນ ເຫັນແມ່ຍິງນຸ່ງໂສ້ງຈະເປັນເລື່ອງແປກທີ່ສຸດ ຫຼືເຫັນຜູ້ຊາຍໃສ່ຕ້າງຫູກໍເປັນເລື່ອງແປກເຊັ່ນກັນ.
ຈື່ໄດ້ວ່າປະມານບໍ່ຮອດ 10 ທີ່ຜ່ານມາ ເຈົ້າຄອງນະຄອນຫຼວງເຄີຍອອກລະບຽບ ຫ້າມຂາຍເຄື່ອງສັ້ນຕາມຫ້າງສັບພະສິນຄ້າ ແລະຫ້າມຖ່າຍແບບນຸ່ງສັ້ນຈົນເກີນໄປ ຖ້າວາລະສານສະບັບໃດຖ່າຍແບບນຸ່ງເຄື່ອງສັ້ນກາຍຫົວເຂົ່າຂຶ້ນໄປກໍຈະຖືກວິຈານອອກໜັງສືພິມໄປເລີຍ. ແຕ່ວ່າມາຮອດປັດຈຸບັນນີ້ ການອອກໄປຫລິ້ນໄປທ່ຽວ ຕາມສະຖານທີ່ສາທາລະນະ, ຕາມຫ້າງສັບພະສິນຄ້າ ຫຼືສະຖານບັນເທີງຕ່າງໆ ການທີ່ແມ່ຍິງນຸ່ງໜ້ອຍຫົ່ມໜ້ອຍກາຍເປັນເລື່ອງປົກກະຕິທຳມະດາໄປແລ້ວ.
ແລະມັນເປັນເລື່ອງທີ່ຂ້ອນຂ້າງແປກອີກໃນປີ 2017 ນີ້ ທີ່ປະເທດລາວໄດ້ສົ່ງສາວງາມຈາກປະເທດຕົນ ເຂົ້າຮ່ວມປະກວດຕາມເວທີປະກວດລະດັບສາກົນຕ່າງໆ ເຖິງ 5-6 ເວທີ ເຖິງຕອນນີ້ຫຼາຍຄົນຕັ້ງຄຳຖາມວ່າ ປະເທດລາວເຮົາມາໄກແລ້ວບໍ? ສັງຄົມລາວຮັບໄດ້ກັບວັດທະນະທຳໃໝ່ຫຼືຍັງ? ຫຼືນະໂຍບາຍດ້ານວັດທະນະທຳການນຸ່ງຖືຂອງແມ່ຍິງລາວຖືກຫຼຸດລະດັບຄວາມເຄັ່ງຄັດລົງແລ້ວ? ຫຼືຄຳຖາມເຫຼົ່ານັ້ນເກີດຂຶ້ນ ຍ້ອນຜູ້ຄົນຈຳນວນໜຶ່ງຍັງຮັບເອົາວັດທະນະທຳໃໝ່ບໍ່ທັນໄດ້ເທື່ອ?.
ແນວໃດກໍຕາມ, ຖ້າຢາກທັນໂລກ ບາງເລື່ອງກໍຕ້ອງຍອມຮັບກະແສນິຍົມຂອງໂລກໃຫ້ໄດ້ ຖ້າເລື່ອງນັ້ນສະແດງອອກຖືກກາລະເທສະທີ່ເໝາະສົມ ກໍບໍ່ຖືວ່າເສຍຫາຍຫຍັງ.
Cr :laopost
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment