ເດມີ-ເລ ເນລ-ປີເຕີ ຈາກອາຟຣິກກາໃຕ້ ໄດ້ຄວ້າມົງກຸດ Miss Universe 2017 ໄປຄອງແລ້ວ


ເດມີ-ເລ ເນລ-ປີເຕີ ຜູ້ເຂົ້າປະກວດຕົວແທນຈາກຟຣິກກາ ເປັນຜູ້ຊະນະໄດ້ຄອງມຸງກຸດສາວງາມ Miss Universe 2017 ເຊິ່ງຈັດຂຶ້ນທີ່ເມືອງລາສເວກັສ ລັດເນວາດາ ປະເທດສະຫະລັດອາເມລິກາ ເມື່ອຄືນວັນທີ 26 ພະຈິກ 2017 ທີ່ຜ່ານມາຕາມເວລາທ້ອງຖິ່ນ ກົງກັບຊ່ວງເຊົ້າຂອງວັນທີ 27 ພະຈິກ 2017 ຫຼັງຈາກທີ່ໄດ້ເຂົ້າຮອບ 3 ຄົນສຸດທ້າຍນັ້ນຄື ຈາໄມກາ, ໂຄລຳເບຍ ແລະ ອາຟຣິກາໃຕ້. ໄຊຊະນະນີ້ຫ່າງຈາກຄັ້ງກ່ອນເຖິງ 39 ປີ ຫຼັງຈາກທີ່  ໄດ້ຄອງມຸງກຸດອັນດັບ 1 ເມື່ອປີ 1978



ພ້ອມນັ້ນ ລໍຣາ ກອນຊາເລດ ຈາກ ໂຄລຳເບຍ ໄດ້ຮອງອັນດັບ 1 ແລະ ດາວິນາ ເບັນເນັດ ຈາກຈາໄມກາ ໄດ້ຮອງອັນດັບ 2. ໃນການປະກວດຄັ້ງນີ້ ມີສາວງາມຈຳນວນ 93 ຄົນຈາກນານາປະເທດທົ່ວໂລກເຂົ້າຮ່ວມ.


ສຳລັບຄຳຖາມຂອງການຕັດສິນຮອບ 3 ຄົນສຸດທ້າຍໄດ້ຖາມວ່າ "ຄຸນນະພາບໃດໃນຕົວທ່ານທີ່ທ່ານຮູ້ສຶກພູມໃຈທີ່ສຸດ ແລະ ທ່ານຈະໃຊ້ຄຸນນະພາບນັ້ນແນວໃດໃນຖານະ  Miss Universe  ?"

ເດມີ-ເລ ເນລ-ປີເຕີ ໄດ້ຕອບຄຳຖາມໄວ້ດັ່ງນີ້:

"ໃນຖານະ  Miss Universe ທ່ານຕ້ອງໝັ້ນໃຈໃນໂຕເອງ ເອົາຊະນະສິ່ງທີ່ຍ້ານ ລວມເປັນແຮງບັນດານໃຈໃນການຊ່ວຍເຫຼືອຜູ້ຍິງຄົນອື່ນໃຫ້ເອົາສະນະສິ່ງທີ່ຍ້ານ ແລະ ນີ້ແລະສິ່ງທີ່ຂ້ອຍເປັນ"

ຜູ້ທີ່ຄອງມຸງກຸດໃນປີກ່ອນ Iris Mittenaere ຕົວແທນຈາກຝຣັ່ງ ເປັນຜູ້ສົ່ງຕໍ່ມຸງກຸດອັນຊົງກຽດນີ້ໃຫ້ແກ່ ເດມີ-ເລ ເນລ-ປີເຕີ.
























-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
















Comments