Organizen ຍອມຮັບຜິດພຽງຜູ້ດຽວ ທີ່ໄດ້ບ້ຽວການຈັດງານດອງຂອງແອັບເປີ້ນ ລ່າສຸດມາໂພສຂໍໂທດເລື່ອງທີ່ເກີດຂຶ້ນ (ມີຄລິບ)
ເສືອບເນື່ອງຈາກກໍລະນີງານແຕ່ງດອງຂອງ ແອັບເປີ້ນ ແລະ ຟຣຸກ ຈິລະ ທີ່ມີເລື່ອງ Drama ກໍລະນີ Oganizer ທີ່ບ້ຽວຈັດງານດອງໃຫ້ທັງຄູ່ ຈົນເຮັດໃຫ້ງານດອງເກືອບຫຼົ້ມນັ້ນ 8.11.2017
ລ່າສຸດ 9.11.2017 ທາງຫລິງ (Organizer) ຜູ້ທີ່ຮັບຈັດງານດອງໃຫ້ທັງຄູ່ ເມື່ອຮັບຮູ້ກ່ຽວກັບເລື່ອງທີ່ເກີດຂຶ້ນ ກໍໄດ້ອອກມາໂພສຂໍໂທດໜ້າເຟສຂອງຕົນເອງດັ່ງນີ້ :
ເຮົາເອງໃນຖານະຜູ້ຮັບເໝົາຈັດງານແຕ່ງງານໃຫ້ກັບ "ເປິ້ນແລະອ້າຍຟຸກ” ສິ່ງທີ່ເກີດແມ່ນເຮົາຈັດງານນີ້ໄດ້ບໍ່ສົມທີ່ເຮົາເວົ້າໄວ້ ແລະ ກໍ່ໃຫ້ເກີດຄວາມເສຍ ແລະ ເຮັດໃຫ້ທາງເຈົ້າພາບເສຍໜ້າແລະໝົດຄວາມໄວ້ວາງໃຈກັບທາງເຮົາ ຈົນທາງເຈົ້າພາບຕ້ອງໄດ້ມີຄ່າໃຊ້ຈ່າຍເພີ່ມເຕີມ ແລະ ງານບໍ່ໄດ້ອອກມາຕາມທີ່ຄາດການໄວ້ເລີຍ
“ ສະບາຍດີທຸກຄົນ ຕໍ່ກັບກະແສຂ່າວທີ່ອອກມາຕອນນີ້ຂໍຂອບໃຈເປິ້ນແລະອ້າຍຟຸກທີ່ໃຫ້ໂອກາດ ແລະ ຂໍໂທດທຸກຄົນແລະຄອບຄົວທີ່ເຮົາເຮັດໃຫ້ໂອກາດຄັ້ງນີ້ເສຍຫາຍທາງເຮົາຂໍສະແດງຄວາມຮັບຜິດຊອບທັງໝົດ ແລະ ເສຍໃຈຢ່າງທີ່ສຸດທີ່ເຮັດໃຫ້ງານທີ່ສຳຄັນທີ່ສຸດຂອງເປິ້ນແລະອ້າຍຟຸກເສຍຫາຍ ທາງເຮົາເອງຕາງໜ້າທີມງານຂໍສະແດງຄວາມເສຍໃຈແລະຂໍໂທດ ກັບທຸກໆຢ່າງທີ່ເກີດຂຶ້ນເຮົາຂໍຮັບຜິດແຕ່ພຽງຜູ້ດຽວແລະ ຮ້ອງຂໍໃຫ້ໝູ່ເພື່ອນທຸກຄົນຢຸດການວິພາກວິຈານແລະປົກປ້ອງເຮົາ ເລື້ອງນີ້ເຮົາຜິດຄົນດຽວ ຂໍຂອບໃຈທຸກຄວາມເປັນຫ່ວງແລະກຳລັງໃຈທາງເຮົາແລະເຈົ້າພາບເອງມີການໂອ້ລົມເພື່ອແກ້ໄຂບັນຫາທັງໝົດ ແລະ ເຮົາຂໍຮັບຜິດຊອບທັງໝົດດ້ວຍໂຕເຮົາເອງຜູ້ດຽວ
Cr: perdjai
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.














Comments
Post a Comment