ນັກພັດທະນາຂອງ SAMSUNG ໄດ້ເພີ່ມຄວາມຈຸອີກ 45% ສາກໄວຂຶ້ນ 5 ເທົ່າ


Samsung ຫາ​ກໍຈົດ​ສິດ​ທິ​ບັດ​ສຳລັບ​ນະ​ວັດຕະ​ກຳ​ໃໝ່​ຂອງ​ແບັດ​ເຕີ​ຣີສະມາ​ດ​ໂຟນ​ຢ່າງ​ ໜ່ວຍ​ກຣາ​ຟີນ​ (graphene ball) ເຊິ່ງນ​ະວັດ​ຕະກຳ​ດັງ​ກ່າວ​ພັດທະນາ​ໂດຍ​ Samsung Advanced Institute of Technology (SAIT) ໂດຍ​ແບັດ​ເຕີ​ຣີ​ graphene ball Li-ion ມີ​ຄວາມ​ໜາແໜ້ນ​ຂອງ​ປະ​ຈຸ​ທີ່​ເກັບ​ໄດ້ຫຼາຍກວ່າ​ແບັດ​ທີ່​ເຮົາ​ໃຊ້​ກັນ​ຢູ່ໃນ​ປະຈຸບັນ​ເຖິງ​ 45%. ນັບ​ເປັນ​ບາດກ້າວ​ທີ່ຍິ່ງ​ໃຫຍ່​ສຳລັບ​ວົງ​ການ​ແບັດ​ເຕີ​ຣີ​ເລີຍ​ທີ​ດຽວ.​

ນອກ​ຈາກ​ graphene ball ຈະ​ຊ່ວຍ​ເພີ່ມ​ຄວາມ​ຈຸ​ໄຟ​ແລ້ວ​ ຍັງ​ຊ່ວຍ​ໃຫ້​ແບັດ​ເຕີ​ຣີ​ Li-ion ສາກ​ໄດ້ໄວ​ຂຶ້ນ​ກວ່າ​ເດີມ​ເຖິງ​ 5 ເທົ່າ ຫຼື ​ກໍ​ຄື​ໃຊ້​ເວລາ​ພຽງ​ 12 ນາ​ທີ​ຈະ​ສາກ​ໄດ້​ເທົ່າ​ກັບ​ແບັດ​ Li-ion ທຳມະດາ​ 1 ຊົ່ວ​ໂມງ​ ແລະ ຍັງ​ສາມາດ​ເຮັດວຽກ​ໄດ້​ໃນ​ອຸນຫະພູມ​ສູງ​ສຸດ​ທີ່​ 60 ອົງ​ສາ​​ ມັນ​ຈຶ່ງ​ກາຍ​ເປັນ​ຕົວ​ເລືອກ​ທຳອິດ​ທີ່​ຈະ​ນຳ​ມາ​ພັດທະນາ​ເປັນ​ແບັດ​ເຕີ​ຣີລົດທີ່ໃຊ້​ພະລັງ​ໄຟ​ຟ້າ​ໃນ​ອະນາຄົດ​ອີກ​ດ້ວຍ.​

ລືມ​ໄປ​ໄດ້​ເລີຍ​ວ່າ​ ແບັດ​ເຕີ​ຣີ​ graphene ball ຈະ​ໄປ​ຢູ່ໃນ​ສະ​ມາດ​ໂຟນ​ຮຸ່ນໃຫຍ່ຂອງ​ Samsung ໃນ​ປີ​ໜ້າ​ ເພາະ​ໜ້າ​ຈະ​ຕ້ອງ​ໃຊ້​ເວລາ​ພັດທະນາ​ ແລະ ​ທົດສອບ​ອີກ​ຫຼາຍ​ປີ ກວ່າ​ຈະ​ເອົາ​ມາ​ວາງ​ຂາຍ​ໃຫ້​ຜູ້​ໃຊ້​ງານ​ທົ່ວ​ໄປ​ໄດ້​ໃນຕົວຈິງ​. ຈັກມື້ໜຶ່ງ​ ເຮົາ​ຄົງ​ຈະ​ມີ​ໂອ​ກາດ​ໄດ້​ສຳ​ຜັດ​ມັນ​ດ້ວຍ​ຕົວ​ເອງ​. ແຕ່​ກໍ​ຄົງ​ບໍ່​ມີ​ໃຜ​ຮູ້​ວ່າ​ອີກ​ດົນ​ເທົ່າ​ປານໃດ Samsung ຈຶ່ງຈະພັດທະນາ​ມັນ​ສຳເລັດ​ສົມບູນ​ຈົນ​ພ້ອມ​ໃຊ້​ງານ​ເທິງ​ອຸປະກອນ​ຕ່າງ​ໆໄດ້.
ຂໍຂອບໃຈ
ຂໍ້ມູນ : Phonearena


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments