Saylomyen cafe and hostel ກາເຟແຊບຮ້ານງາມທີ່ຕ້ອງໄປລອງ


ຮ້ານກາເຟທີ່ມີເອກກະລັກເປັນຂອງໂຕເອງ ທັງງາມ ທັງແຊບ ເປັນຕາໄປນັ່ງຈິບກາເຟແທ້ເດ້ ເນາະນຳເລີຍຮ້ານນີ້ຕ້ອງໄປລອງ Saylomyen cafe & hostel ເປັນຮ້ານກາເຟທີເກໄກໄປດ້ວຍສະແນ່ຂອງການຕົກແຕ່ງທີ່ລົງໂຕສະໄຕModern ທີ່ບໍ່ມີຮ້ານໃດໃນລາວຄືລະກະບໍ່ຄືຮ້ານໃດພ້ອມ ສາຍຖ່າຍຮູບຫ້າມພາດ ເພາະວ່າແຕ່ລະມຸມນີ້ເປັນຕາໄປຖ່າຍຮູບອີ່ຫຼີ ບໍ່ເຊື່ອໄປລອງໂລດ ຫຼືສິໄປນັ່ງຊິວເປັນນຳໝູ່ກະໄດ້ ໄປນັ່ງເຮັດວຽກຈິບກາເຟໄປພ້ອມກະດີ ບັນຍາກາດຫນ້ານັ່ງຫລາຍ ສ່ວນສະຖານທີ່ແປະຮູບໄວດ້ານລຸ່ມໃຫ້ແລ້ວເດີ້ ມື້ນີ້ເອົາຊຳ່ນີ້ກ່ອນ ມື້ຫນ້າຜູ້ຂຽນໄປອີກສິເອົາຂໍ້ມູນມາ update ເພີ່ມຕື່ມເດີ້


ທາງຮ້ານເພິ່ນມີເມນູເຄື່ອງດື່ມຫຼາກຫຼາຍໄວ້ຄອຍບໍລິການທ່ານເດີ້ ລາຄາກໍ່ຍ່ອມເຍົາ ໄວລຸ້ນ ໄວທີນ ໄວເຮັດວຽກ ມີຄອບຄົວບໍ່ມີຄອບຄົວ ໄປໄດ້ຫມົດເດີ້



















-----------------------------------
ລາວຮ໋ອດຮິດ See New. Hear New. Feel New.









Comments