Singapore Airline ເປີດໂຕບ່ອນນັ່ງໃໝ່ເທິງເຮືອບິນ Airbus A380 ເຮືອບິນທີ່ລຳໃຫຍ່ທີ່ສຸດໃນໂລກ ຄວາມເລີດລູ ອາລັງການ ແບບຈັດເຕັມ
ມື້ນີ້ສາຍການບິນ Singapore Airline ເປີດໂຕບ່ອນນັ່ງໃໝ່ເທິງເຮືອບິນ Airbus A380 ເຮືອບິນທີ່ລຳໃຫຍ່ທີ່ສຸດໃນໂລກ ແລະທີ່ເລີດລູ ເປັນຂ່າວໃຫຍ່ໃນໂລກ ໂຊຊ້ຽວ ຕອນນີ້ ຄືບ່ອນນັ່ງຊັ້ນໜຶ່ງ ຫຼື New Suites ເພາະລູລາ ກ້ວາງຂວາງ ຄືດັ່ງຍົກໂຮງແຮມ6ດາວມາໄວ້ເທິງເຮືອບິນ
New Suites ມີຫຼາຍຢ່າງທີ່ເລີດລູເຊັ່ນ
- ມີແຕ່6ບ່ອນນັ່ງ
- ເປັນຫ້ອງສ່ວນໂຕທຸກບ່ອນນັ່ງ
- ມີຫ້ອງຕັ່ງທີ່ນັ່ງສະບາຍ ແລະຕຽງ ຖ້າຕ້ອງການຈະນອນ
- ໄປ 2 ຄົນ ສາມາດເລືອກບ່ອນນັ່ງທີ່ຕິດກັນ ແລ້ວເປີດສາກກັ້ນ ແລ້ວແປງໂສມໃຫ້ເປັນຕຽງຝ“ໃຫຍ່ໄດ້ເລີຍ
- ມີຈໍສ່ວນໂຕ ຂະໜາດ 32 ນິ້ວ
- ມີຫ້ອງນຳ້ຕົບແຕ່ງແບບລູລາ
ທັງໝົດນີ້ແມ່ນຢູ່ເທິງເຮືອບິນແບບ Airbus A380 ຂອງ Singapore Airline ຊຶ່ງຈະເລີ່ມບິນທ້ຽວແລກ ວັນທີ 18 ທັນວາ 2017 ບິນເສັ້ນທາງ Singapore-Sydney ແລະກໍ່ຍັງໄດ້ຍິນມາວ່າໄຟລຂອງເດືອນທັນວາ ເຕັມເກືອບໝົດແລ້ວ
Cr: Singapore Airline
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments
Post a Comment