ເປີດຄ່າໂຕ!! ລູກນຳ້ ທິດາລັດ ຊຸບຕາເບີ 1 ແຫ່ງວົງການບັນເທິງລາວ #ຄ່າໂຕສູງແທ້



ສື່ອອນໄລຫຼາຍແຫ່ງຂອງປະເທດເຮົາ ນຳສະເໜີເລື່ອງລາວຂອງ "ລູກນຳ້" ທິດາລັດ ວົງສິລິ ດາລາ-ນາງແບບຊື່ດັງອັນດັບໜຶ່ງແຫ່ງວົງການບັນເທິງລາວ ເຊິ່ງລະບຸວ່າ... ລູກນຳ້ ເປັນດາລາທີ່ສະປອນເຊີ້ຕ່າງໆຕ້ອງການຈ້າງໄປຮ່ວມງານຫຼາຍທີ່ສຸດ ເນື່ອງຈາກວ່າເປັນຄົນທີ່ຮັກສາພາບພົດ ແລະວາງໂຕດີມາຕະຫຼອດ ບໍ່ວ່າຈະເປັນກັບສື່ມວນຊົນ ຫຼືແຟນຄຣັບ ເຮັດໃຫ້ສື່ແລະແຟນຄຣັບຫຼົງຮັກລາວໄປຕາມໆກັນ ສົ່ງຜົນໃຫ້ລູກນຳ້ມີຄ່າໂຕຂຶ້ນເລື່ອຍໆ ກັບຜົນງານຕ່າງໆທີ່ສະປອນເຊີ້ຈ້າງໃຫ້ໄປເປັນພີເຊັນເຕີ້ສິນຄ້າ

ຈາກການສອບຖາມຈາກບຸກຄົນໃກ້ຊິດ ທີ່ຈັດການຊິດຖິປະໂຫຍດຂອງລູກນຳ້ກ່ຽວກັບລາຍໄດ້ຮັບງານຕ່າງໆ ຄ່າພີເຊັ້ນເຕີ້ຕໍ່ຄັ້ງ ລາຄາຢູ່ຫຼັກລ້ານບາດຂຶ້ນໄປ ສ່ວນການຮັບງານຖ່າຍຮູບລີວິດຕ່າງໆລາຄາ 30,000ບາດຂຶ້ນໄປ


ສຳຫຼັບ "ລູກນຳ້" ທິດາລັດ ວົງສິລິ ປັດຈຸບັນອາຍຸ​ 23ປີ ຈົບການສຶກສາວິທະຍາໄລລັດຕະນະ ນະຄອນຫຼວງວຽງຈັນ ປະເທດລາວ ເຄີຍເຂົ້າປະກວດນາງສາວລາວປີ 2011 ໄດ້ຕຳແໜ່ງແລະມົງກຸດໃນປີນັ້ນໄປຄອງ ກ່ອນເຂົ້າສູ່ວົງການບັນເທິງ ມີຜົນງານຫຼາກຫຼາຍ ເຄີຍເປັນນາງເອກມິດສິວິດີໂອ "ຟຣິມ" ລັດຕະພູມ ນັກຮ້ອງ-ນັກສະແດງຄົນດັງຂອງປະເທດໄທ





ຂໍຂອບໃຈທີ່ເຂົ້າມາຕິດຕາມເພດຂອງພວກເຮົາ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments