10 ເລື່ອງຕ້ອງຮູ້!! ມະຫາສົງຄາມນັດຢຸດໂລກ EL Clasico
EL Clasico ເປັນໜື່ງໃນນັດຂອງວົງການບານເຕະທີ່ໃຫຍ່ທີ່ສຸດໃນໂລກ ຈະລະເບີດຂື້ນໃນວັນເສົາທີ່ 23 ທັນວາ 2017 ນີ້ ເປັນອາທິດສົ່ງທ້າຍບານເຕະສະເປັ່ນ ກ່ອນທີ່ຈະຢຸດໜ້າໜາວກ່ອນທີ່ຈະໄປເບີ່ງໄປເຊຍກັນ ມາເບີ່ງ 10 ເລື່ອງຕ້ອງຮູ້ ໃນເກມນີ້
1.ອັນດັບໃນຕາຕະລາງຕ່າງກັນຊັດເຈນ
ສະຖານະການຂອງ EL Clasico ຕອນນີ້ແຕ້ມໃນຕາຕະລາງຄະແນນລາລີກາ ບໍ່ສູສີປານໃດ ບາຊ່າ ຢູ່ອັນດັບ 1 ຂອງຕາຕະລາງ ຊະນະ 13 ມີ 42 ຄະແນນ ຂະນະທີ່ ເລວ ມາດລິດ ຊະນະ 9 ສະເໝີ 4 ເສຍ 2 ມີ 31 ຄະແນນ ຫຼີ້ນຍັງບໍ່ຮອດເຄີ່ງລະດູການ ແຕ່ຄະແນນຫ່າງກັນ 11 ຄະແນນແລ້ວ ຊື່ງຖ້າເກມນີ້ ມາດລິດບໍ່ຊະນະອີກເກືອບຈະໝົດໂອກາດລຸ້ນແຊມໄປເລີຍ
2.ເມສຊີ່ຍິ່ງຫຼີ້ນຍິ່ງເກັ່ງ
ດາວຊັນໂວ ຂອງ ບາເຊໂລນາ ໄດ້ແກ່ ລິໂອເນວ ເມສຊີ່ ທີ່ຈຳນວນ 14 ລູກ ຊື່ງກໍ່ເປັນດາວຊັນໂວຂອງລີກອີກ ໃນຊີຊັ່ນນີ້ ບາເຊໂລນາ ເສີຍ ເນມາ ໄປໃຫ້ ປາລີດ ແຊງ ແຊກແມງ ແຕ່ກາຍເປັນວ່າ ທີມບໍ່ໄດ້ລົດຄວາມເກັ່ງລົງເລີຍ ມີແຕ່ຈະເກັ່ງຂື້ນກ່ອນເກົ່າ ເອເນສໂຕ ບັດເບເຕ ໃຊ້ ເມສຊີ່ ເປັນແກນກາງໃນເກມລຸກ ຕ່າງຈາກໃນຢຸກ 1-2 ປີ ທີ່ຜ່ານມາ ທີ່ຈະໃຊ້ MSN ປະສານງານ ແລະແບ່ງກັນຍິ່ງ ແຕ່ມາຄາວນີ້ ບາຊ່າ ໃຫ້ ເມສຊີ່ ເປັນໂຕຫລັກໃນການຈົບສະກໍ ສ່ວນ ຫລຸຍ ຊົວເລດ ຊັດໄປ 9 ລູກ ໃນຊີຊັ່ນນີ້ ໜ້ອຍກ່ອນ ເມສຊີ່ 5ລຸກ
3.ເກມຮັບບາຊ່າສົມດຸນຫລາຍ
ລະດູການນີ້ ບາຊ່າ ເກມຮັບດີທີ່ສຸດໃນ 5 ລີກໃຫຍ່ຂອງຢູໂລບ ເສຍບະຕູໄປແຕ່ 7 ລູກເທົ່ານັ້ນ ນາຍທະວານ ອັນເດ ແຕ ສເຕເກັນ ຍິ່ງຫຼີ້ຍິ່ງພັດທະນາ ກອງຫລັງມີ ເຄລາດ ປີເກ້ ເປັນໂຕຫລັກ ກັບ ຊາມູ ເອວ ອຸມຕິຕີ້ ສ່ວນຄົນອື້່ນໝຸມວຽນກັນລົງໄດ້ຕະຫລອດແບັດຂວາ ເນສັນ ເຊເມໂດ້ ຊື່ມາໃໝ່ ຫຼີ້ນໄດ້ດີ ສ່ວນແບັດຊ້າຍ ຈໍດີ້ ອາບາ ແຂ້ງແກ່ງຢູ່ແລ້ວໃນຊີຊັ່ນນີ້ ທັ້ງລາລີກາ ແລະ ແຊມປຽນລີກ ບາຊ່າ ເສຍເກີນ 1 ລູກ ແຕ່ຄັ້ງດຽວເທົ່ານັ້ນ ໃນເກມສະເໝີ ເຊວຕາ ບີໂກ້ 2-2
4.ຊຸດຂາວຜົນງານໜາຜິດຫວັງ
ສຳຫລັບເຈົ້າບ້ານ ເລວ ມາດລິດ ປີນີ້ ເປັນປີທີ່ຍ່ຳແຍ່ແທ້ຈິ່ງ ຜົນງານທຸກໆຢ່າງດອບລົງຢ່າງໃຈຫາຍ ພວກເຂົາເສຍທີ່ບໍ່ໜາເສຍໃຫ້ ເລວ ເບຕິສ ກັບ ຄິໂລນ່າ ມາດລິດ ເລີ່ມຕົ້ນອາທິດທຳອິດດ້ວຍການນຳເປັນຈ່າຝູງ ແຕ່ຈາກນັ້ນເປັນຕົ້ນມາ ກໍ່ບໍ່ເຄີຍກັບໄປໃກ້ຄຽງ ຕຳແໜ່ງຜູ້ນຳອີກເລີຍຕອນນີ້ຢູ່ອັນດັບ 4 ຕາມຫລັງທັ້ງ ມາເລນເຊຍ ແລະ ແອດເລຕິໂກ ມາດລິດ ແຖມນຳໜ້າອັນດັບຫ້າ ເຊບີຫຍາ ໜ່ອຍດຽວເທົ່ານັ້ນ ຖ້າພວກເຂົາຍັງຟອມຫລຸດຢູ່ອີກ ມີສິດຖືກຍາດທອບໂຟແບບເຊີໄພສ ໄດ້ຄືກັນ
5.ການຊື່ໂຕລົມເຫລວຂອງມາດລິດ
ຊັ່ນທີ່ແລ້ວ ລາຊັນຊຸດຂາວ ໄດ້ແຊ້ມໄປຄອງຢ່າງສວຍງາມ ທັ້ງໃນລີກ ແລະເກມຢູໂລບ ທັ້ງໆທີ ຊີດານ ເກືອບບໍ່ໄດ້ທຸ່ມເງີນຊື່ໃຜເລີຍ ມາໃນປີນີ້ ດ້ວຍຄສາມໝັ່ນໃຈໃນທີມຂອງໂຕເອງ ເຮັດໃຫ້ ມາດລິດ ປ່ອຍໂຕຫລັກອອກໄປຫລາຍຄົນ ທັ້ງ ເປເປ້, ຫາເມສ ໂລລິດເກດ, ອາບາໂລ ໂມລາຕາ ລວມຮອດ ດານິໂລ່ ແລ້ວຊື່ໂຕໃຫມ່ເຂົາມາ ຊື່ງເປັນຜູ້ຫຼີ້ນລະດັບເຍົາວະຊົນ ທັ້ງ ດານີ ກາເບຢອດ ແລະ ທີໂອ ເຟີນານເດດ ບໍ່ມີການຊື່ບິກເນມເຂົ້າມາອີກແລ້ວ ນັກເຕະໂຕຫລັກກໍ່ຍັງຢືດຊຸດເກົ່າໆ ຊື່ງພໍບໍ່ມີໂຕໃຫມ່ໆເຂົ້າມາ ເຮັດໃຫ້ທີມບໍ່ມີໄອເດຍໃຫມ່ໆໃນການເຂົ້າທຳ
6.ເກມຮຸກຊຸດຂາວຝືດ
15 ເກມທີ່ຜ່ານມາໃນລາລິກາ ມາດລະດ ຍິງໄດ້ແຕ່ 30 ລູກ ໜ້ອຍກ່ອນທີ່ ບາຊ່າ ຍິງໄດ້ 12 ລູກເຕັມໆ ຄົນຍິງປະຕູສູງສຸດໃນທີມ ຍິງແຕ່ 4 ລູກເທົ່ານັ້ນ ຄື ໂລນາໂດ, ອາເຊັນຊີໂອ ແລະ ອີດໂກ ສ່ວນຄົນອື່ນໆຍິງແຕ່ 2 ລູກ 3 ລູກເທົ່ານັ້ນ ໃນ 20 ອັນດັບທຳອິດຂອງດາວຊັນໂວລາລີກາລະດູການນີ້ ບໍ່ມີນັກເຕະຈາກ ເລວ ມາດລິດ ຕິດໂຜເລີຍ ຊື່ງເປັນເລື່ອງຜິດປົກກະຕິຫຼາຍ ຂະນະທີ່ ເກມຮັບຖືວ່າໃຊ້ໄດ້ ເສຍໄປ ແຕ່ 11 ລູກເທົ່ານັ້ນ ສະເລ່ຍບໍ່ຮອດນັດລະ 1 ລູກ ດັງນັ້ນປັນຫາຫລັກຂອງ ມາດລິດ ຕອນນີ້ຄຶເກມຮຸກ
7.ຄວາມພອມລ່າສຸດ ຊຸດຂາວ ເກືອບຟູທີມ
ເລວ ມາດລິດ ຈະໄດ້ຄາເຊມີໂລ ກັບ ເຊຄີໂອ ລາມອດ ສອງໂຕຫລັກທີ່ຕິດແບນ ພົນໂທດກັບມາລົງຫຼີ້ນໄດ້ໃນນັດນີ້ ຄົນທີ່ເຈັບມີແຕ່ຄົນດຽວຄື ເອັນໂຊ ຊີດານ ຊື່ງກໍ່ເປັນນາຍທະວານມືສອງຢູ່ແລ້ວ ນັດນີ້ສາມາດສົ່ງຜູ້ຫຼີ້ນຊຸດໃຫຍ່ລົງໄດ້ບໍ່ມີບັນຫາ ໂລນາໂດ ເບນເຊມາ ພ້ອມຮົບ ສ່ວນ ແກເລັດ ເບວ ຍັງຕ້ອງລຸ້ນວ່າຈະຍາດໂຕແທ້ໄດ້ຫຼືບໍ່
8.ບາຊ່າ ຂາດອຸມຕິຕີ້ ແຕ່ໂຕອື່ນພ້ອມ
ຂະນະທີ່ ບາເຊໂລນາ ຄົນເຈັບລົງບໍ່ໄດ້ເລີຍ ຄື ອຸສມານ ເດມເບເລ່ ກັບ ຊາມູເອວ ອຸມ ຕິຕີ້ ສຳຫລັບແນວຮັບ ຄາດວ່າ ໂທມັດ ແຟມມາເລ່ນ ອາດໄດ້ຢືຮໂຕຈິງຄູ່ກັບ ເຄລາດ ປີເກ້ ຫຼືບໍ່ກໍ່ຈະໃຊ້ ອາເວຍ ມາດສເກລານີ ຖືວ່າສະພາບທີມໂດຍລວມ ບໍ່ມີໂຕເຈັບໜັກໆ ກອງກາງ ລາຄີຕິດ, ອີເນດສຕາ,ແລະ ເປົາລິນໂຢ ຢູ່ຄົບທີມ
9.ສະທິຕິການເຈີກັນ ບາຊ່າຄຸມເລັກໆ
5 ນັດຫລັງສຸດທີ່ພົບກັນໃນລາລີກາ ປາກົດວ່າ ບາຊ່າຊະນະ ັ້ໂ ມາດລິດຊະນະ 1 ແລະ ສະເໝີ 1 ຂະນະທີ່ການຫຼີ້ນໃນ ຊານຕິອາໂກ ເບນາບິວ 2 ເທື່ອຫລັງສຸດ ບາຊ່າເກັບໄຊລວດ ດັງນັ້ນແມ້ຈະຫຼີ້ນໃນບ້ານ ແຕ່ມາດລິດ ກໍ່ບໍ່ໄດ້ເປັນຕໍ່ໃນເກມນີ້ເລີຍ
10.ຈົດມື້ເວລາໃຫ້ດີ
ສຳຫລັບສືກ EL Clasico ຈະແຂ່ງຂັນເວລາ 19:00 ຕາມເວລາປະເທດລາວ beIN Sports2 ແລະ beIN Sport3 ເບີ່ງຕາມໂທລະທັດຊ່ວງໄທ ຍິງສົດ ຢ່າພາດເປັນອັນຂາດ
ຂໍ້ມູນ siamsport.co.th
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments
Post a Comment