10 ອັນດັບ ຄວາມລັບຂອງ ໂລກ ທີ່ມະຫັດສະຈັນ
ໃນຈັກກະວານກວ້າງໃຫຍ່ຍັງມີອີຫຍັງຫຼາຍຢ່າງທີ່ເຮົາຫຍັງບໍ່ຮູ້ ແລະຢ່າວ່າແຕ່ຈັກກະວານເລີຍໂລກຂອງເຮົາຍັງກາຍັງມີຫຼາຍຢ່າງທີ່ຍັງບໍ່ຮູ້ ແລະຍັງເຊື່ອວ່າຍັງມີເລື່ອງລາວຕ່າງໆໃນໂລກນີ້ທີ່ມະນຸດຍັງຈະພິສູດອີກຫຼາຍແລະຮຽນຮູ້ອີກມື້ນີ້ LaoHothit ຈະພາທຸກຄົນມາຮູ້ຈັກໂລກທີ່ທຸກຄົນອາດຈະບໍ່ມາກ່ອນ
1.ມະນຸດສຳລວດທ້ອງທະເລໄດ້ພຽງ 10% ຂອງມະຫາສະໝຸດຂອງໂລກ ແລະອາດຈະໃສ່ເວລາຫຼາຍຮ້ອຍປີກ່ອນຈິສຳລວດມະຫາສະໝຸດທັງໝົດຂອງໂລກໄດ້
2.ແກນໂລກມີອຸນຫະພູມສູງຫຼາຍ ມີປະມານ 5500 ອົງສາ ພໍໆກັບຄວາມຮ້ອນໃນພື້ນພິວຂອງດວງອາທິດ ແລະທີ່ແກນໂລກນີ້ເບິ່ງຄືວ່າຈະຂຸມຄຳ ຂູມຊັບອັນໃຫຍ່ຫຼວງຢູ່ ເພາະຄຳ 99% ໃນໂລກນີ້ມັນຢູ່ໃນແກນໂລກນີ້ນັ້ນເອງ
3.ພູເຂົາໄຟມີຫຼາຍກ່ອນທີ່ເຮົາຄິດ ແລະມີພູເຂົາໄຟທີ່ລະເບີດຢູ່ຕະຫລອດ ແຕ່ພູເຂົາໄຟ 90% ຂອງໂລກນີ້ມັນໃນມະຫາສະໝຸດ ເຊິ່ງພູເຂົາໄຟ 90% ທີ່ຢູ່່ໃນມະຫາສະໝຸດນີ້ຖ້າເກີດເຫດການມັນລະເບີດຄັ້ງໃຫຍ່ເຂົາມານິມັນກາເປັນ ຊິນະມິ ໄດ້
4.ທຸກໆມື້ຈະມີອຸກະບາດຕົກລົງມາທີ່ໂລກກ່ວາ 100 ຕັນ ແຕ່ມັນເຮັດຮ້າຍເຮົາບໍ່ໄດ້ເພາະມັນຖືກເຜົາໄໝ້ຕັ້ງແຕ່ຢູ່ຊັ້ນບັນຍາກາດໄປແລ້ວ ລອງຄິດເບິ່ງວ່າຖ້າໂລກບໍໍ່ມີຊັ້ນບັນຍາກາດປົກຄຸມໄວ້ ໂລກຂອງເຮົາຈະເປັນຈັ່ງໃດ....
5.ໂລກມີອາຍຸຄ້າວໆ 4500 ລ້ານປີ ແລະໜຶ່ງໃນນັ້ນສິ່ງມີຊີວົດໃນໂລກທີ່ຈະກຳເນີດຂື້ນມາໄດ້ຄ້າວໆ 150-200 ລ້ານປີ ແລະສິ່ງມີຊີວິດຊ່ວງທຳອິດກາຄື "ໄດໂນເສົາ"
6.ໃນໂລກຂອງເຮົານີ້ມີສິ່ງມີຊີວິດຢູ່ 8,7 ລ້ານສາຍພັນ ໂດຍແຍກອອກເປັນສິ່ງທີ່ມີຊິວິດທີ່ຢູ່ບົກ 6,5 ລ້ານສາຍພັນ ແລະສາຍພັນອື່ນໆ 2,2 ລ້ານສາຍພັນ ແລະຍັງບໍ່ນັບສີ່ງມີຊີວິດທີ່ຍັງບໍ່ຄົ້ນພົບ
7.ໃນພື້ນໂລກຂອງເຮົານີ້ມີນ້ຳ 71% ຂອງທັງໝົດ ແຕ່ກາຍັງປຸກລະດົມໃຫ້ປະຫຍັດນ້ຳຢູ່ດີ ເພາະນ້ຳອຸກປະໂພກ ບໍລິໂພກ ມີແຕ່ 3% ສ່ວນ 90% ເປັນນ້ຳເຄັມທັງໝົດ (ກິນບໍ່ໄດ້)
8.ໂລກມີໄລຍະຫ່າງຈາກຕະເວັນສະເລ່ຍ 150 ລ້ານກິໂລແມັດ ແຕ່ແສງແດດກາຍັງສາມາດເຜົາຜິວເຮົາໄໝ້ໄດ້ເລີກຈິນຕະນາການເລີຍວ່າຕະເວັນຈະຮ້ອນສຳໃດ
9.ໂລກເຄື່ອນທີ່ອ້ອມດວງອາທິດ 100,000 km/h ແລະຢ່າງຮູ້ດີກັນວ່າກ່ອນຈະໂຄຈອນອ້ອມດວງອາທິດໜື່ງຮອບຕ້ອງໃຊ້ເວລາດົນເຖິ່ງ 1 ປີ ລອງຄິດເບິ່ງວ່າໃນ 1 ປີ ໂລກເຮົາຈະເດີນທາງໃກສຳໃດ...
10.ໂລກໂຄຈອນໂຕເອງແມ່ນຄ້າວໆ 1670 km/h ແຕ່ເຖິ່ງແບບນັ້ນນັກວິທະຍາສາດການຍັງເຈີວ່າໂລກຈະມຸນໂຕເອງຊ້າລົງເລື່ອຍໆຈາກເມື່ອຫຼາຍລ້ານປີກ່ອນໂດຍຄາດວ່າໂລກເຄີຍມຸນອ້ອມໂຕເອງໃນໜື່ງມື້ນີ້ໃຊ້ເວລາ 20 ຊົ່ວໂມງແຕ່ປັດຈຸບັນໂລກມຸນອ້ອມໂຕເອງ 23h 56m 4s ຫຼືເວົ້າງ່າຍໆ 24 ຊົ່ວໂມງເລີຍ ແລະຫຼາຍລ້ານປີທາງໜ້າໃນໜື່ງມື້ອາດຈະດົນເຖິ່ງ 27h ກາເປັນໄດ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
























Comments
Post a Comment