ນະຄອນຫຼວງ ກູ້ຢືມເງິນເຮັດການຄ້າ ໂຄງການບຳບັດນຳ້ເປື້ອນ 100ລ້ານໂດລາສະຫະລັດ
ພິທີເຊັນສັນຍາການຄ້າໂຄງການບຳບັດນຳ້ເປື້ອນ ນະຄອນຫຼວງວຽງຈັນ ໂດຍການນຳໃຊ້ເງິນກູ້ຢືມຂອງປະເທດຮົງກາລີ ລະຫວ່າງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ໂຄງການຮົງກາຣີ ວໍເຕີ້ ລາວ ຄອນຊໍທຽມ (Hungaarian Water Lao Project Consortium) ຈັດຂຶ້ນວັນທີ 7 ທັນວາ 2017 ທີ່ຫ້ອງວ່າການປົກຄອງນະຄອນ ຕາງໜ້າລົງນາມລະຫວ່າງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ແລະ ທ່ານ ຄິສ ອິມຣ ເອີວິນ (Kiss Imer Ervin) ຫົວໜ້າຝ່າຍບໍລິຫານໂຄງການ ທັງເປັນຜູ້ອຳນວຍການບໍລິສັດ ລາວໂປເຈັກ ກົງຊອກຊ້ຽມ (Lao ProjektZrt) ມີການນຳນະຄອນຫຼວງ ບັນດາຫົວໜ້າພະແນກການ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາການຄ້າໂຄງການບຳບັດນຳ້ເປື້ອນ ແມ່ນການຈັດຕັ້ງປະຕິບັດໂຄງການບຳບັດນຳ້ ໃນກໍລະນີທີ່ການພັດທະນາໂຮງບຳບັດນຳ້ ແລະ ການກໍ່ສ້າງໂຮງບຳບັດນຳ້ເສຍ ຈະຖືກຈັດຕັ້ງປະຕິບັດເປັນການອອກແບບ ແລະ ການກໍ່ສ້າງໃນລະຫວ່າງການຈັດຕັ້ງປະຕິບັດທັງໜ້າວຽກເບື້ອງຕົ້ນ ເຊັ່ນ: ການສຳຫຼວດບົດວິພາກເສດຖະກິດ ການອອກແບບ ແລະ ອື່ນໆ ພ້ອມນັ້ນຍັງມີໜ້າວຽກການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງ ການກໍ່ສ້າງການຊ່ວຍເຫຼືອປະຕິບັດງານ ແລະ ອື່ນໆຖືກປະຕິບັດສຳເລັດ ແນໃສ່ບຳບັດນຳ້ເປື້ອນຈາກຄົວເຮືອນ ຈາກໂຮງງານຢູ່ 4 ເມືອງ ໃນນະຄອນຫຼວງວຽງຈັນ
ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີສະພາບແວດລ້ອມທີ່ດີ ປາສະຈາກມົນລະພິດ ແລະ ອື່ນໆ ເຊິ່ງມີຈຳນວນເງິນກູ້ຢືມທັງໝົດ 100 ລ້ານໂດລາສະຫະລັດ ເປັນເງິນກູ້ບໍ່ມີດອກເບ້ຍ ມີໄລຍະປົດໜີ້ 4 ປີເຄິ່ງ ໄລຍະຊຳລະໜີ້ 18 ປີ ລວມທັງໝົດ 22 ປີ ເລີ່ມແຕ່ປີ 2018 ເປັນຕົ້ນໄປ ສຳລັບໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 4 ປີ ໂດຍຈະເລີ່ມລົງມືເຮັດການສຶກສາສຳຫຼວດອອກແບບໃຫ້ສຳເລັດໃນປີ 2018 ແລະ ປີ 2019 ເລີ່ມປະຕິບັດດຳເນີນການກໍ່ສ້າງ ແລະ ອື່ນໆ.
ຂໍຂອບໃຈແຫຼ່ງຂໍ້ມູນ: ວຽງຈັນໃໝ່
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment