15 ປະໂຫຍດຂອງຫີນສົ້ມ ນອກຈາກດັບກິ່ນໂຕ ຫຼາຍຄົນອາດບໍ່ຮູ້ວ່າຈະເອົາໄປເຮັດຫຍັງດີ ມາເບິ່ງກັນເລີຍ!!!


ເຄັດລັບປະຈຳບ້ານກັບຫີນສົ້ມ : ຫີນສົ້ມ ເຫຼືອຫຼາຍ ເອົາໄປເຮັດຫຍັງດີມາເບິ່ງກັນ

ຄຸນສົມບັດຂອງຫີນສົ້ມ

1. ບໍ່ມີສີ ແລະ ກິ່ນ ເໝາະສຳລັບຜູ້ມັກໃຊ້ນຳ້ຫອມເພາະຈະບໍ່ມີກິ່ນໄປລົບກວນ ຫຼື ບັງກິ່ນນຳຫອມທີ່ໃຊ

2. ບໍ່ເປື້ອນຜ້າ ເພາະບໍ່ມີສ່ວນປະສົມຂອງຄຣີມ ແລະ ນຳ້ມັນ

3. ປອດໄພຕໍ່ຮ່າງກາຍ ຄືບໍ່ອຸດຕັນຮູຂຸມຂົນ ບໍ່ຊຶມເຂົ້າຫ່າງກາຍ ເພາະຫີນສົ້ມເຮັດໃຫ້ເກີດປະຈຸລົບ ຈຶ່ງບໍ່ສາມາດຜ່ານພະໜັງເຊວໄດ້ ບໍ່ເປັນຜິດຕໍ່ສິ່ງແວດດລ້ອມ ແລະ ບໍ່ທຳລາຍໂອໂຊນ

4. ບໍ່ເຊື່ອມສະພາບ ມີຄວາມຄົງທົນຕໍ່ສະພາບແວດລ້ອມຈຶ່ງບໍ່ເຊື່ອມສະພາວະທີ່ອຸນຫະພູມຫ້ອງ

ປະໂຫຍດຂອງຫີນສົ້ມ
1. ລະງັບກິ່ນໂຕ ກວນຫີນສົ້ມໃນນຳ້ ໃຊ້ຜ້າຈຸ່ມນຳ້ເຊັດໂຕ ຈະງັບກິ່ນໂຕໄດ້ ສາມາດລະງັບກິ່ນໄດ້ 100 % ດົນເຖິງ 24 ຊົ່ວໂມງ ແລະ ໜ່ວງການເກີດກິ່ນໄດ້ບໍ່ຕຳ່ກວ່າ 10 ຊົ່ວໂມງ

2. ໃຊ້ຫ້າມເລືອດ ປົ່ນຫີນສົ້ມໃຫ້ລະອຽດ ຫຼືລະລາຍນຳ້ ໃສ່ບາດແຜ ຈະຮູ້ສຶກແສບໜ້ອຍໜຶ່ງ ແຕ່ຫ້າມເລືອດໄດ້ດີ

3. ຈຳ້ໄສ້ຕະກຽງ ເຮັດໃຫ້ມັນບໍ່ມີຄວັນ ກວນຫີນສົ້ມໃນນຳ້ ໃສ່ຕະກຽງແລ້ວເອົາໄປຕາງແດດໃຫ້ແຫ້ງ ເມື່ອເອົາໄປຈູດ ຈະບໍ່ມີຄວັນ

4. ດັບກິ່ນຄາວ ກວນຫີນສົ້ມໃສ່ນຳ້ ໃຊ້ລ້າງປາ ຫຼື ກະເພາະໝູ

5. ຮັກສາຖົ່ວງອກ ກວນຫີນສົ້ມໃສ່ນຳ້ ເອົາຖົ່ວລົງແຊ່ ຈະເກັບຖົ່ວງອກ ໄວ້ໄດ້ດົນ ແລະ ກອບນຳ

6. ເຮັດໃຫ້ນຳ້ໃສ ເອົາຫີນສົ້ມກວນໃສ່ນຳ້ ນຳ້ຂຸ້ນຈະໃສ


7. ເຮັດໃຫ້ປວດຮາກ ຕຳຫີນສົ້ມຂະໜາຍປາຍນິ້ວກ້ອຍ ລະລາຍນຳ້ ແລ້ວດື່ມຖອນພິດ ເຊັ່ນ ກິນຢາຜິດ ກິນເຫັດເມົາ ຫຼື ກິນກົດເຂົ້າໄປ

8. ກັນບູດ ໃຊ້ຫີນສົ້ມປົນແປ້ງປຽກ ກັນບູດໄດ້

9. ໃຊ້ໃນອຸດສາຫະກຳກະດາດ ຍ້ອມສີຜ້າ ເຮັດໃຫ້ສີຕິດເສັ້ນໃຍໄດ້ດີຂຶ້ນ

10. ເຮັດໃຫ້ອາຫານກອບ ນິຍົມໃຊ້ກັບການດອງຜັກເພື່ອໃຫ້ຜັກດອງມີຄວາມກອບ

11. ຊ່ວຍໃຫ້ໝາກເຜັດຂີ້ໜູເບິ່ງສົດໃສ ເກັບໄວ້ໄດ້ຫຼາຍມື້ ໂດຍເອົາໝາກເຜັດຂີ້ໜູໄປແຊ່ນຳ້ຫີນສົ້ມ ແລ້ວເອົາມາຜື່ງໄວ້ກ່ອນກິນກໍ່ຄວນລ້າງກ່ອນ


12. ໃຫ້ເຂົ້າໜຽວມີເມັດງາມ ໂດຍໃຊ້ຫີນສົ້ມກວນໃສ່ນຳ້ແຊ່ເຂົ້າໜຽວ ແລ້ວແຊ່ໄວ້ ປ່ຽນນຳ້ແຊ່ໃໝ່ ເວລາໜຶ່ງແລ້ວເຂົ້າຈະມີເມັດງາມ

13. ໃຊ້ທາຫຼັງແຖໜວດຈະບໍ່ເຮັດໃຫ້ຄັນ ຊ່ວຍຫ້າມເລືອດ ແລະ ເຮັດໃຫ້ບາດແຜບໍ່ຄັດແສບຫຼັງຈາກຖືກມີດແຖບາດ

14. ໃຊ້ທາບໍລິເວນສົ້ນຕີນ ຈະຮັກສາ ແລະ ປ້ອງກັນສົ້ນຕີນແຕກ

15. ທາແກ້ຄັນຕາມຜິວໜັງຫຼັງຖືກຍຸງກັດ ຫຼື ຄັນຈາກສາເຫດອື່ນ


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments