ຈິບຫາຍ!! ເກີດເຫດໄຟໄໝ້ເຈດີໄມ້ 16 ຊັ້ນສູງສຸດໃນອາຊີ ຢູບລົງຕໍ່ໜ້າຕໍ່ຕາປະຊາຊົນ (ມີຄລິບ)


ເຫດເກີດຂຶ້ນໃນວັນທີ່ 10 ທັນວາ 2017 ເວລາ 12:40 ໂມງ ເກີດເຫດໄຟໄໝ້ຄັ້ງໃຫຍ່ອັນໜ້າສະຫຼົດໃຈທີ່ ວັດຈິ່ວຫຼົງ ເມືອງໝຽນຈູ໋ ແຂວງ ເສສວນເປວ ໄຟໄດ້ກືນ ກິນ ອາຣາມ ຫຼັກຂອງວັດ ແລະ ເຈດີໄມ້ ສູງ 16 ຊັ້ນ ເຊິ່ງໄດ້ ຊື່ວ່າ ສູງ ທີ່ສຸດ ໃນ ທະວີບ ອາຊີ

ເຈດີໄມ້ແຫ່ງນີ້ ສ້າງມາເປັນເວລາ 8 ປີ ຄວາມສູງ 16 ຊັ້ນ ຫຼື ປະມານ 80 ກວ່າແມັດ ສ້າງດ້ວຍຮູບແບບສະຖາປັດຕະຍະກຳບູຮານຂອງຈີນ. ຜູ້ທີ່ຢູ່ໃນສະຖານທີ່ເກີດ ເຫດ ໄດ້ຖ່າຍພາບວິດີໂອຂະນະໄຟໄໝ້ໄວ້ໄດ້ພ້ອມວິນາທີທີ່ເຈດີໄມ້ແຫ່ງນີ້ຖືກໄຟເຜົາທຳລາຍຈົນຖະຫຼົ່ມລົງຕໍ່ໜ້າຕໍ່ຕາປະຊາຊົນ .ພາຍໃນຄລິບວິດີໂອຍັງໄດ້ຍິນ ສຽງ ຄວນຄາງດ້ວຍຄວາມສະຫຼົດໃຈດັງມາບໍ່ຂາດສາຍ.

ເປວໄຟໄໝ້ກິນພື້ນທີ່ 800 ຕາແມັດ ໄຟມອດລົງເມື່ອ ເວລາ 16:30 ໂມງ ແລະ ຍັງບໍ່ມີລາຍງານຜູ້ເສຍຊີວິດ . ສ່ວນສາເຫດໄຟໄໝ້ຍັງຄົງຢູ່ລະຫວ່າງການສືບສວນ.








ຄລິບ



Cr: China Xinhua News
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments