ອາສາກູ້ໄພນະຄອນຫລວງ1624ເກີດອຸບັດຕິເຫດ ໃນເວລາປະຕິບັດຫນ້າທີ່
ໜ່ວຍກູ້ໄພນະຄອນຫລວງ1624ໄດ້ລາຍງານວ່າ:
ໄດ້ມີອາສາກູ້ໄພນະຄອນຫລວງ1624ເກີດອຸບັດຕິເຫດໃນເວລາປະຕິບັດຫນ້າທີ່
ໃນຄືນວັນທີ12/12/2017ເກີດເຫດບໍ່ຄາດຄິດອາສາກູ້ໄພນະຄອນຫລວງ1624ໄປຊ່ວຍຄົນເຈັບທີ່ເກີດອຸບັດຕິເຫດລົດຈັກລົ້ມເອງຫຼືວ່າມີລົດມາຕຳເອົາແລ້ວໜີກະບໍ່ຮູ້ ຜູ້ປະສົບເຫດບາດເຈັບສົມຄວນດັ່ງນັ້ນໜ່ວຍກູ້ໄພນະຄອນຫລວງຈື່ງປະຖົມພະຍາບານເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ 150ຕຽງ.
ສ່ວນອາສາອີກຈຳນວນໜື່ງແມ່ນຢູ່ທີ່ເກີດເຫດເພາະຢ້ານລົດຜູ້ບາດເຈັບເສຍ ຫຼື ຈະເກີດອຸບັດຕິເຫດຊໍ້າຊ້ອນ ສະນັ້ນອາສາກູ້ໄພຈຶ່ງໄດ້ເອົາຟົດໄມ້ໄປວາງກັນໄວ້ຫ່າງຈາກລົດລົ້ມປະມານ30ກວ່າແມັດສອງຈຸດພ້ອມມີລົດສຸກເສີນທີ່ເປີດໄຟອຳນາດໄວ້ຢູ່ ແຕ່ໃນເວລານັ້ນເກີດເຫດບໍ່ຄາດຄິດຂື້ນມີລົດໃຫ່ຍມາດ້ວຍຄວາມໄວແລ່ນພ່າຕຳເອົາຟົດໄມ້ເຂົ້າມາຕຳເອົາອາສາທີ່ກຳລັງປະຕິບັດໜ້າທີ່ຢູ່ຈຸດເກີດເຫດເຮັດໃຫ້ຜູ້ກ່ຽວຕຳໃສ່ໜ້າລົດແລ້ວຟົ້ງຂື້ນເທິງຟ້າປະມານ2ແມັດແລະຕົກລົງໜ້າລົດໃນເວລານັ້ນລົດຍັງບໍ່ຢຸດເຮັດໃຫ້ຜູ້ກ່ຽວຢູ່ກ້ອງລົດລາກໄປປະມານ20ກ່ວາແມັດ ເລີຍເຮັດໃຫ້ອາສາໜ່ວຍກູ້ໄພນະຄອນຫລວງເຈັບສາຫັດມີອາກາດເຈັບຟົກຊຳ້ແຕ່ຫົວຮອດຕີນ ແລະ ກະດູກມີດຫັກນອນຮັກສາໂຕຢູ່ໃນປະຈຸດບັນນີ້.
ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ.
ທ່ານຍາກຊ່ວຍສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment