ຜູ້ນຳ ພັກ-ລັດ ວາງພວງມາລາ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ
ໃນຕອນເຊົ້າວັນທີ 1 ທັນວາ 2017 ບັນດາການນຳພັກ-ລັດ, ເຊິ່ງນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມຄະນະ ປະກອບມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງ ວຽງຈັນ.
ໄດ້ຮ່ວມວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນິລະນາມ, ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ (2/12/1975 – 2/12/2017) ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດັ່ງເທົ່າທຸກວັນນີ້.
ຈາກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ພ້ອມຄະນະ ໄດ້ເດີນທາງໄປຍັງທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ ຂອງປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າ ໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະນຳເອົາຄວາມຢູ່ເຢັນເປັນສຸກ ມາສູ່ປະຊາຊົນ ລາວບັນດາເຜົ່າ, ຊຶ່ງຜົນງາມ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດກາລະນານ.
ທີ່ມາ: ຂ່າວສານປະເທດລາວ. ຂ່າວ: ວິໄລສັກ ພາບ: ເກດ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment