ຫາສາເຫດການຕາຍ ມຳມີ້ທີ່ເສຍຊີວິດໄດ້ 2,000 ປີ ໄດ້ຮັບການເອກສະເລຄອມພິວເຕີ້ເປັນຄັ້ງທຳອິດ (ມີຄລິບ)
ສົບຂອງຜູ້ຊາຍຜູ້ໜຶ່ງຖືກເກັບຮັກສາໃນສະພາບຂອງມຳມີ້ເປັນເວລາດົນນານໃນປ່າຊ້າຂອງຊາວອີຢິບ ແລະ ລ່າສຸດໄດ້ມີການນຳສົບມຳມີ້ຂອງເຂົາມາເຂົ້າເຄື່ອງເອັກສະເລຄອມພິວເຕີ້ (CT scan) ທີ່ໂຮງໝໍ Syracuse ເມືອງ New York ປະເທດສະຫະລັດອາເມຣິກາ ເພື່ອຫວັງທີ່ຈະຄົ້ນຫາສາເຫດການຕາຍຂອງລາວ ຜູ້ຊາຍໃນສົບມຳມີ້ໄດ້ມີຊື່ວ່າ Hen ເຊິ່ງປະເດັນທີ່ໜ້າສົນໃຈຄື ຜູ້ຊາຍທີ່ມີຊີວິດຢູ່ຕອນ 2,000 ປີທີ່ແລ້ວ ກໍ່ມີສາເຫດການເສຍຊີວິດໃນຮູບແບບດຽວກັບມະນຸດໃນຍຸກປັດຈຸບັນ ນຳໂລກມະເລັງນັ້ນເອງ
ດຣ. Mark Levinsohn ອະທິບາຍວ່າ "ເຂົາມີເນື້ອຮ້າຍບ່ອນບໍລິເວນ Fibula ເຊິ່ງເປັນກະດູກທ່ອນໜຶ່ງທີ່ຢູ່ບໍລິເວນຂາທາງລຸ່ມ ແລະ ມັນເປັນມະເລັງເນື້ອຮ້າຍທີ່ພົບໄດຍາກ ເຮັດໃຫ້ການສະແກນມຳມີ້ຄັ້ງນີ້ກາຍເປັນກໍລະນີສຶກສາທີ່ໜ້າສົນໃຈໃນວົງການແພດເລີຍ"
ຄລິບ
ມັນເກືອບຈະເປັນໄປບໍ່ໄດ້ເລີຍທີ່ຮູ້ວ່າ Hen ໃຊ້ຊີວິດຢູ່ແນວໃດ ລວມຮອດສາເຫດການຕາຍທີ່ແທ້ຈິງ ເຊິ່ງເຂົາອາດຈະຕາຍຈາກອາການຂອງໂລກມະເລັງ ຫຼືອາດຈະຕາຍໃນລະຫວ່າງຂັ້ນຕອນຜ່າຕັດເນື້ອຮ້າຍກໍ່ເປັນໄດ້ ເຊິ່ງນັກບູຮານໄດ້ມີການຄົນພົບລັກຖານການຜ່າອອກລູກໃນຍຸກອີຢິບບູຮານ ແຕ່ຄອນຂ້າງເປັນທີ່ແນ່ນອນວ່າໃນຍຸກນັ້ນ ວິທະຍາການທາງການແພດຍັງບໍ່ກ້າວໜ້າພໍທີ່ຈະຜ່າຕັດເພື່ອຮັກສາໂລກມະເລັງ
ແຕ່ກໍ່ຍັງມີເລື່ອງທີ່ໜ້າຊື່ນໃຈຢູ່ບາງບ່ອນ ການເຮັດ CT scan ຄັ້ງນີ້ໄດ້ຮັບທຶນບໍລິຈາກຂອງໂຮງໝໍ ຢ່າງໜ້ອຍຜູ້ທີ່ເສຍຊີວິດໄປເມື່ອ 2,000 ປີທີ່ແລ້ວກໍ່ຍັງສະບາຍໃຈໄດ້ວ່າ ເຂົາບໍ່ຕ້ອງອອກເງິນເພື່ອເຮັດ CT scan ໃນຄັ້ງນີ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments
Post a Comment