ໝົດປີ 2017 ລາວຈະຜະລິດໄຟຟ້າກວ່າ 29 ພັນລ້ານ ກິໂລວັດໂມງ


ໃນບົດລາຍງານ​ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ຂອງລັດຖະບານລະບຸວ່າການຜະລິດກະແສໄຟຟ້າໃນ 6 ​ເດືອນຕົ້ນປີ2017 ສາມາດປະຕິບັດໄດ້ 13.559 ລ້ານກິໂລວັດໂມງຄາດຄະເນໝົດປີ ຈະຜະລິດໄດ້ 29.052 ລ້ານກິໂລວັດໂມງ, ​ເທົ່າກັບ 96,84% ຂອງແຜນການປີ.ທັງນີ້ຍ້ອນວ່າ ໂຄງການເຊກະໝານ 3 ບໍ່ໄດ້ດຳເນີນການຜະລິດ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸຕາມແຜນການ 30.000 ລ້ານກິໂລວັດໂມງ, ຢ່າງໃດກໍຕາມທ້າຍປີ 2017 ຈະມີ 6 ​ໂຄງການລວມກຳລັງຕິດຕັ້ງ ເກືອບ 400 ​ເມກາວັດ ​ເຊັນ: ​ໂຄງການນຳ້ແຈນຳ້ກົງ, ​ເຊກະໝານ-ຊານໄຊນຳ້ໃຜ່ນຳ້ງາ ​ແລະ ​ເຊກະຕຳ-​ເຊນຳ້ນ້ອຍ ຊຶ່ງຈະສຳເລັດການກໍ່ສ້າງ ​ແລະ ດຳເນີນການຜະລິດໄຟຟ້າ.
ສຳລັບການກະຈາຍກະແສໄຟຟ້າ 6 ​ເດືອນຕົ້ນປີນີ້ ປະຕິບັດໄດ້ 13.332 ລ້ານກິໂລວັດໂມງມູນຄ່າ 810 ລ້ານໂດລາສະຫະລັດ. ​ໃນນັ້ນ,ຈຳໜ່າຍພາຍໃນປະເທດ 2.454 ລ້ານກິໂລວັດໂມງມູນຄ່າ 214 ລ້ານໂດລາສະຫະລັດ ​ແລະ ສົ່ງອອກຕ່າງປະເທດ 10.877 ລ້ານກິໂລວັດໂມງມູນຄ່າ596 ລ້ານໂດລາສະຫະລັດຄາດຄະເນໝົດປີ ຈະສົ່ງອອກ 23.336 ລ້ານກິໂລວັດໂມງ ​ແລະ ການນຳເຂົ້າໄຟຟ້າ ຈະມີປະມານ 364 ລ້ານກິໂລວັດໂມງ.ຮອດເດືອນ 6 ປີ 2017 ສາມາດສະຫລຸ​​ຄວາມຄືບໜ້າໃນການກໍ່ສ້າງເຂື່ອນໄຟຟ້າແຫ່ງຕ່າງໆ ​ເຊັ່ນ: ​ເຂື່ອນນຳ້ຂອງ ​ແຂວງໄຊຍະບູລີມີກຳລັງຕິດຕັ້ງ1.285 ​ເມກາວັດ ສຳເລັດແລ້ວ 85%; ​ເຂື່ອນເຊກະໝານ I ​ແລະ ຊານໄຊກຳລັງຕິດຕັ້ງ 32 ​ເມກາວັດ ສຳເລັດ 95%; ​ເຂື່ອນນຳ້ງຽບ I ກຳລັງຕິດຕັ້ງ 272 ​ເມກາວັດສຳເລັດ 68,410%; ​ເຂື່ອນນຳ້ຈຽນກຳລັງຕິດຕັ້ງ 104 ​ເມກາວັດສຳເລັດ 95%; ​ເຂື່ອນນຳ້ງື່ມ 3 ກຳລັງຕິດຕັ້ງ 460 ​ເມກາວັດສຳເລັດ38,93%; ​ເຂື່ອນເຊປ່ຽນ-​ເຊນຳ້ນ້ອຍກຳລັງຕິດຕັ້ງ 410 ​ເມກາວັດສຳເລັດ 76,51%; ​ເຂື່ອນນຳ້ລີກ I, ກຳລັງຕິດຕັ້ງ 64 ​ເມກາວັດ ສຳເລັດ 56%; ນຳ້ທາI, ກຳລັງຕິດຕັ້ງ 168 ​ເມກາວັດສຳເລັດ 85,23% ​ແລະ ​ເຂື່ອນດອນສະໂຮງກຳລັງຕິດຕັ້ງ 260 ​ເມກາວັດສຳເລັດ 20%.
ມາຮອດປັດຈຸບັນ, ​ໂຄງການໄຟຟ້າທີ່ກໍ່ສ້າງສຳເລັດ ​ແລະ ດຳເນີນການຜະລິດກະແສໄຟຟ້າ ທີ່ມີກຳລັງຕິດຕັ້ງ I ​ເມກາວັດຂຶ້ນໄປ ມີທັງໝົດ 46 ​ແຫ່ງລວມກຳລັງຕິດຕັ້ງ 6.757 ​ເມກາວັດສາມາດຜະລິດພະລັງງານ​​ໄຟຟ້າໄດ້ 35.608 ລ້ານກິໂລວັດໂມງ/ປີ. ​ໃນນີ້ມີເຂື່ອນທີ່ໃຊ້ພະລັງນຳ້ 43 ​ແຫ່ງ,ພະລັງຄວາມຮ້ອນຈາກຖ່ານຫີນ 1 ​ແຫ່ງ ​ແລະ ພະລັງຈາກກາກອ້ອຍ 2 ​ແຫ່ງພ້ອມນີ້, ຍັງມີເຂື່ອນທີ່ມີກຳ ລັງຕິດຕັ້ງຕຳ່ກວ່າ I ​ເມກາວັດ ອີກຈຳນວນໜຶ່ງ ​ເປັນຕົ້ນເຂື່ອນປາກມອງຫ້ວຍແສ້ນຳ້ສາດນຳ້ສານນຳ້ແອດນຳ້ໂສ້ ​ແລະ ​ເຂື່ອນອື່ນໆ.







-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments