ການກໍ່ສ້າງທາງດ່ວນ ແລະ ອຸມົງ ຈະເລີ່ມຕົ້ນຂຶ້ນໃນຕົ້ນປີ 2018 ນີ້ , ເຊິ່ງເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 113.5 ກິໂລແມັດ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ ,ໃນນັ້ນຈະມີການເຈາະອຸມົງຄວາມຍາວ 679 ແມັດ ເຊິ່ງເປັນ ພູທີ່ຕັ້ງຢູ່ລະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ.ໂຄງການດັ່ງກ່າວເປັນໄລຍະທຳອິດ ຂອງສັນຍາຮ່ວມທຶນສ້າງທາງດ່ວນລະຫວ່າງນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ລະຫວ່າງ ສປປລາວ ແລະ ສປ ຈີນ ເຊິ່ງລົງນາມກັນເມື່ອວັນທີ 13 ພະຈິກ 2017 ໃນລະຫວ່າງການຢ້ຽມຢາມລາວຢ່າງເປັນທາງການຂອງ ສະຫາຍ ສີຈິ້ນຜິງ ປະທານປະເທດ ສປ ຈີນ.ຖ້າເສັ້ນທາງດັ່ງກ່າວຫາກສໍາເລັດຈະເປັນການເພີ່ມຄວາມສະດວກແກ່ການຄົມມະນາຄົມແຫ່ງຊາດ ແລະ ກະຕຸ້ນເສດຖະກິດມະຫາພາກອີກທາງໜຶ່ງ.
ຂໍຂອບໃຈແຫຼ່ງຂໍ້ມູນຈາກ: Aero LAOS
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
Comments
Post a Comment