ຈີນເປີດແຫຼ່ງທ່ອງທ່ຽວຂົວພື້ນແກ້ວໃສທີ່ຍາວທີ່ສຸດໃນໂລກ ສູງ 218 ແມັດ ພ້ອມຂົວແກວ່ງໄປມາ


ໃນວັນທີ່ 26 ທັນວາ ສໍານັກຂ່າວຊິນຫົວ ລາຍງານວ່າ ນັກທ່ອງທ່ຽວໄດ້ມີການມາສໍາຜັດປະສົບການຫວາດສຽວກັບຂົວພື້ນແກ້ວໃສເປີດໃໝ່ທີ່ເມືອງສືເຈຍຈວງ ແຂວງເກີເປີ່ຍ ປະເທດຈີນ ໂດຍຂົວແກ້ວໃສນີ້ຖືວ່າເປັນຂົວທີຍາວທີສຸດໃນໂລກ ມີຄວາມຍາວ 488 ແມັດ ຄວາມກວ້າງ 2 ແມັດ ແລະ ສູງ 218 ແມັດ ທຽບເທົ່ຕືກ 66 ຊັ້ນ ຕັ້ງຢູ່ລະຫວ່າງໜ້າຜາສູງຊັນໃນຈຸດຊົມວິວຫົງຫຍາກູ່ ເມືອງຜິງຊານ



ຂົວແຫ່ງນນີ້ມີຈະເປັນແຜ່ນແກ້ວໃສຈໍານວນ 1,077 ແຜ່ນ ແຕ່ລະແຜ່ນໜາ 4 ຊັງຕີແມັດ ແລະ ມີນໍ້າໜັກລວມ 70 ໂຕ່ນ ໂດຍບໍລິສັດເຫີເປີ່ຍ ປ໋າຍລູ່ ກຣຸບ ຜູ້ກໍ່ສ້າງເຜີຍວ່າຂົວຈະມີການແກວ່າງໄປມາເລັກນ້ອຍໃນຂະນະທີຍ່າງຮອດບໍລິເວນຈຸດສູນກາງ ເພື່ອສ້າງຄວາມຕື່ນເຕັ້ນໃຫ້ກັບນັກທ່ອງທ່ຽວ ນອກຈາກນີ້ນັກທ່ອງທ່ຽວຍັງຈະໄດ້ຊົມທິວທັດອັນສວຍງາມຂອງຫົງຫຍາກູ









ທີ່ມາ: thuathoukthid
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments