ເປີດເຜີຍຮູບພາບ "ກ່ອນສັນຍະກຳ" ຂອງສາວ 29ປີ ສັນຍະກຳຫຼາຍກວ່າ 50ເທື່ອ!! ປ່ຽນເປັນຄົນລະຄົນເລີຍ (ຮູບພາບ)



ສະບາຍດີແຟນເພດທຸກຄົນ ມື້ນີ້ຂໍສະເໜີເລື່ອງສາວອີ່ຫລ່ານ ອາຍຸ 29ປີ ທີ່ຢາກຈະເຮັດຄືດາລາສາວ ຮໍລິວູດ ແອງເຈີລີນ່າ ໂຈລີ່ ທີ່ເສບຕິດການສັນຍະກຳແບບໜັກໜ່ວງ ລາວພະຍາຍາມເຮັດໂຕຄືຄົນປົກກະຕິ ເຖິງແມ່ນວ່າຫຼາຍຄົນຈະເບິ່ງລາວຄືກັບສົບທີ່ຢ່າງໄດ້ ແຕ່ລາວກໍ່ມີຄວາມສຸກທີ່ມີໃບໜ້າທີ່ເປັນແບບນີ້ ມື້ນີ້ແອັດມິ້ນຈະແຟນເພດມາເບິ່ງຮູບພາບຂອງລາວກ່ອນທີ່ລາວຈະສັນຍະກຳ ບອກໄດ້ເລີຍວ່າໜ້າຮັກຫຼາຍ!! ລາວບໍ່ໜ້າຈະໄປສັນຍະກຳເລີຍເພາະວ່າໜ້າເກົ່າກໍ່ງາມແລະໜ້າຮັກຢູ່ແລ້ວວວວ....



ສັນຍະກຳຕົບແຕ່ງ ຫຼືສັນຍະສາດຕົບແຕ່ງເປັນສາຂາວິຊາໜຶ່ງຂອງສິນຍະສາດຄືວິຊາກ່ຽວກັບການ ຜ່າຕັດ ໂດຍເນັ້ນສະເພາະການຜ່າຕັດທີ່ກ່ຽວຂ້ອງກັບຮູບຮ່າງທີ່ຈະປະກົດໃຫ້ເຫັນພາຍນອກຮ່າງກາຍໃຫ້ເບິ່ງຄືປົກກະຕິ FORM ແລະມີການເຮັດວຽກທີ່ດີ FUNCTION ໂດຍຈະສາມາດແບ່ງຕາມວັດຖຸປະສົງນີ້ອອກເປັນ 2 ສ່ວນຄື 1. ສັນຍະສາດເສີມສ້າງ RECONSTRUCTURE PLASTIC SURGERY ເປັນການຜ່າຕັດແກ້ໄຂຄວາມຜິດປົກກະຕິ ຂອງຮູບຮ່າງຫຼືຄວາມພິການທີ່ມີມາແຕ່ກຳເນີດ ຫຼືເກີດຂຶ້ນພາຍຫຼັງຈາກອຸບັດຕິເຫດ ເຊັ່ນ ການຜ່າຕັດແກ້ໄຂປາກແຫວ່ງ ແພດານໂຫວ່ສັນຍະກຳອຸບັດຕິເຫດເທິງໃບໜ້າ 2. ສັນຍະສາດຕົບຕ່າງເສີມສວຍ COSMETIC PLASTIC SURGERY ຄືການຜ່າຕັດເພື່ອຄວາມສວຍງາມຈາກຄົນທີ່ປົກກະຕິໃຫ້ງາມຂຶ້ນ ເຊັ່ນ ການຜ່າຕັດເສີມດັງຕາສອງຊັ້ນດຶງໜ້າເສີມນົມ ແລະການຜ່າຕັດດ້ວຍເລ່ເຊີເປັນຕົ້ນ








ເປັນຈັ່ງໃດກັບຝບໜ້າເກົ່າຂອງສາວ ແອັດມິ້ນຄິດເສຍດາຍໃບໜ້າເກົ່າເຈົ້າແດ່ສາວເອີ້ຍຍຍ... ງາມຢູ່ແລ້ວແຕ່ຢາກງາມຕື່ມ ອັນນີ້ກໍ່ແມ່ນຄວາມມັກ ຄວາມຮັກຂອງໃຜລາວ ແຕ່ກໍ່ຂໍໃຫ້ມີສະຕິໃນການຕັດສິນໃຈເດີ້ສິເຮັດຫຍັງກະໃດ໋



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments