ທີ່ສຸດແຫ່ງຄວາມຮືຮາ...ຄົນທັງໂລກຕ້ອງຕື່ນ!! ຄົ້ນພົບຕົ້ນໄມ້ຍັກຂະໜາດ 30ຄົນກອດຄ່ອຍຫຸ້ມ ອາຍຸກວ່າ 120ປີ


ວັນທີ່ 12 ທັນວາ 2017 ທ່ານປະພາວິນ ຫຍັງຫລັງ ຫົວໜ້າອຸທະຍານແຫ່ງຊາດເຂົາພະນົມເບັນຈາ ພ້ອມເຈົ້າໜ້າທີ່ເຂົ້າກວດສອບຕົ້ນສົມພົງ ຫຼື ຕົ້ນມັນຊ້າງ ຢູ່ບໍລິເວນລິມຫ້ວຍ ເຂດອຸທະຍານແຫ່ງຊາດເຂົາພະນົມເບັນຈາ ເມືອງທັບປຣິກ ແຂວງເມືອງກະບີ່ ເຊິ່ງເປັນຕົ້ນໄມ້ຂະໜາດໃຫຍ່ມະຫຶມາ ສ້າງຄວາມຕື່ນເຕັ້ນໃຫ້ແກ່ນັກທ່ອງທ່ຽວທີ່ຮ່ວມເດີນທາງ ຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າອ້ອມລຳຕົ້ນໄມ້ແລ້ວຈັບມືລຽນຕໍ່ກັນ ເພື່ອວັດຂະໜາດຄວາມໃຫຍ່ຂອງຕົ້ນໄມ້ ປະກົດວ່າ ມີຂະໜາກຫລາຍກວ່າ 30 ຄົນໂອບກອດ

ແລະທີ່ຜ່ານມາ ຕົ້ນສົມພົງ ມີສ່ວນໃຫ້ອຸທະຍານແຫ່ງຊາດເຂົາພະນົມເບັນຈາໄດ້ຮັບລາງວັນຍົກຍ້ອງໃຫ້ເປັນອົງກອນດ້ານການອານຸລັກ ຟື້ນຟູ ດູແລ ແລະສະນັບສະໜູນດ້ານຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເຊິ່ງໃຊ້ມິຕິທາງວັດທະນາທຳ ໃນການສືບສານຕຳນານຕົ້ນໄມ້ກະຊວງວັດທະນາທຳ

ທາງດ້ານທ່ານປະພາວິນ ກ່າວວ່າ ຕົ້ນສົມພົງຫຼືຕົ້ນມັນຊ້າງນີ້ ທີ່ຜ່ານມາທາງອຸທະຍານໄດ້ເຂົ້າສຳຫຼວດພົບວ່າເປັນຕົ້ນໄມ້ທີ່ຂະໜາດໃຫຍ່ທີ່ສຸດໃນອຸທະຍານ ເຊິ່ງການວັດຮອບວົງທີ່ໂຄນຕົ້ນໄດ້ 35ແມັດ ສູງປະມານ 30ແມັດເສດ ແລະມີອາຍຸບໍ່ຕຳ່ກວ່າ 120ປີ ຕອນເດືອນ ກໍລະກົດ ທີ່ຜ່ານມາທາງວັດທະນາທຳ ແຂວງກະບີ່ ຮ່ວມກັບອຸທະຍານໄດ້ເຂົ້າສຳຫຼວດ ແລະສົ່ງເຂົ້າປະກວດແລະຊະນະເລີດທາງດ້ານການສືບສານຕຳນານຕົ້ນໄມ້ຂະໜາດໃຫຍ່ ເປັນ 1 ໃນ 100 ລາງວັນລະດັບປະເທດ ຂອງທາງກົມອຸທະຍານແຫ່ງຊາດ ຈຶ່ງໄດ້ຈັດເຮັດປ້າຍບັນທຶກປະຫວັດໄວ້ໃຫ້ປະຊາຊົນແລະນັກທ່ອງທ່ຽວໄດ້ສຶກສາຮຽນຮູ້ ເຊິ່ງຕົ້ນໄມ້ດັ່ງກ່າວການບົ່ວຊີ້ເຖິງຄວາມອຸດົມສົມບູນແລະຄວາມຫຼາກຫຼາຍຂອງສະນິດໄມ້ພາຍໃນເທືອກເຂົາພະນົມເບັນຈາອີກດ້ວຍ


ສຳຫຼັບຕົ້ນ "ສົມພົງ" ຫຼື "ສະພຸງ" ຄືຊື່ໄມ້ຕົ້ນຂະໜາດໃຫຍ່ມີຊື່ວິທະຍາສາດ Tetrameles nudiflora R.Br ໃນວົງ Datiscaceae ມັກຂຶ້ນຢູ່ແຄມນຳ້ ໂຄນຕົ້ນເປັນພອນແຜ່ກວ້າງເປືອກສີເທົ່າຫຼືເທົາແກມນຳ້ຕານເລື້ອມເປັນມັນ ໃບມົນ ໃບຈະລົ່ນໝົດຕົ້ນໃນລະດູຮ້ອນ ເນື້ອໄມ້ອ່ອນເບົາ ຝຊ້ເຮັດກ້ານໄມ້ຂີດໄຟ ແລະຝາເພດານໄດ້ ຫຼືເອີ້ນ ສົມພົງ ງຸ້ນ (ອີ່ສານເອີ້ນວ່າຕົ້ນສະພົງ) ຊື່ພື້ນເມືອງໃນພາກອື່ນໄດ້ແກ່ ກະປຸງ ກະພົງ (ພາກກາງ ພາກໃຕ້) ກ້ານໄມ້ຂີດ (ລົາປາງ) ຂີ້ພຣ້າ (ຍະລາ) ຂຶງບຶງປຶງ (ຊານ-ແມ່ນຮ່ອງສອນ) ງຸ້ນ (ພາກເໜືອ) ເປວ ເປີຄູ່ (ກະຫຼ່ຽງ-ແມ່ນຮ່ອງສອນ) ໂປ່ງສາວ (ປັດຕານີ) ສົມພົງ ສົມພຖງ ສະມິງຄຳຮາມ (ປຣາຈີນບຸລີ) ສະພຸງ (ພາກຕາເວົນອອກສຽງເໜືອ) ອີພຸງ (ຂອນແກ່ນ) ເຊິ່ງມັກພົບຂຶ້ນຢູ່ຕາມປ່າດົງດິບທາງພາກເໜືອພາກຕາເວັນອອກສຽງເໜືອແລະພາກຕາເວັນອອກສຽງໃຕ້



ຂໍຂອບໃຈແຫຼ່ງຂໍ້ມູນຈາກ: TNN
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments