ຈັດແລ້ວ!! ຕອກເສົາເຂັມລົດໄຟໄທ-ຈີນ ເຟສທຳອິດ3.5ກິໂລແມັດ 21 ທັນວາ ນີ້ອີກ294ກິໂລແມັດ ແບ່ງສາຍ14ຕອນເລີ່ມປີໜ້າ
ທ່ານອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ເປີດເຜີຍວ່າ ການປະຊຸມຄວສມຮ່ວມມືລົດໄຟຄວາມໄວສູງໄທ-ຈີນຄັ້ງທີ່22ໄດ້ມີການຫາລືມື້ທີ່ເລີ່ມຕົ້ນການກໍ່ສ້າງຕອນທີ່ 1 ສະຖານີກາງດົງ-ປາງອະໂສກ ໄລຍະທາງ 3.5ກິໂລແມັດ ວົງເງິນ 425ລ້ານບາດ ເຊິ່ງກຳນົດເປັນວັນທີ 21 ທັນວາ 2017 ເຊິ່ງຕ້ອງຮຽນນາຍຍົກລັດຖະມົນຕີໃຫ້ເປັນປະທານການເລີ່ມໂຄງສ້າງ
ສ່ວນຕອນທີ່ 2 ປາກຊ່ອງ-ຄອງຂະນານຈິດ ລະຍະທາງ 11 ກິໂລແມັດ ຕອນທີ 3 ແກ່ງຄອຍ-ນະຄອນລາດສະສີມາ ໄລຍະທາງ 119.5 ກິໂລແມັດ ແລະຕອນທີ່ 4 ກຸງເທບ-ແກ່ງຄອຍ ໄລຍະທາງ 110ກິໂລແມັດ ຈະແບ່ງການກໍ່ສ້າງອອກເປັນ 14 ສັນຍາ ເຊິ່ງຈັດລຳດັບຕາມຄວາມສຳຄັນເຊິ່ງເລີ່ມຈາກກຸງເທບກ່ອນ
"ຫາກສະຖານີໃດກໍ່ສ້າງແລ້ວກໍ່ຈະເປີດການແລ່ນລົດໃຫ້ທັນເປັນຊ້ວງໆ ເຊັ່ນ ເລີ່ມອອກແບບ ປະມູນກໍ່ສ້າງຊ້ວງກຸງເທບ-ອະຍຸທະຍາ ແລະເປີດບໍລິການກ່ອນ ເປັນຕົ້ນ ຈາກນັ້ນກໍ່ທະຍອຍກໍ່ສ້າງສະຖານີຕໍ່ໄປ" ທ່ານອາຄົມກ່າວ ແລະວ່າ ສັນຍາ 2.3 ງານລະບົບລົດໄຟຄວາມໄວສູງ ສັນຍາຍານພາຫະນະໂຕລົດ ການແລ່ນລົດແລະບຳລຸງຮັກສາເລັ່ງໃຫ້ຝ່າຍຈີນຫາຂໍ້ສະຫຼຸບພາຍໃນເດືອນມີນາ 2018 ເພື່ອໃຫ້ທັນຕໍ່ການກໍ່ສ້າງແລະເປີດບໍລິການ
ສ່ວນການສຶກສາລົດໄຟຄວາມໄວສູງຈາກນະຄອນລາດສະສີມາ-ໜອງຄາຍ ໃຊ້ຜົນການສິກສາຄວາມເໝາະສົມທີ່ຝ່າຍໄທ ໄດ້ແກ່ ສຳນັກງານນະໂຍບາຍແລະແຜນການຂົນສົ່ງແລະຈາລະຈອນ ແລະການລົດໄຟແຫ່ງປະເທດໄທ ສະເໜີຂະນະລັດຖະມົນຕີ ພິຈາລະນາ ຫຼັງຈາກນັ້ນໄທກໍ່ອອກແບບລາຍລະອຽດການກໍ່ສ້າງ ເຊິ່ງມີຈີນເປັນທີ່ປຶກສາໃນຕອນນີ້ຂໍຄວາມເຫັນຜົນການສຶກສາຂອງຝ່າຍຈີນຄາດວ່າເລີ່ມຕົ້ນໄດ້ພາຍໃນປີ 2018
ນອກຈາກນີ້ກໍ່ຍັງໄດ້ຫາລືການຖ່າຍທົດເທັກໂນໂລຍີ ເຊິ່ງຫຼັງຈາກການປະຊຸມຈີນຈະສົ່ງຜູ້ຊຽວຊານຈາກສະຖາບັນລົດໄຟຄວາມໄວສູງມາເຮັດວຽກຮ່ວມກັບກະຊວງຄົມມະນາຄົມ ເພື່ອເຮັດແຜນຖ່າຍທອດເທັກໂນໂລຢີພາຍໃນເດືອນທັນວາ 2017
ແບ່ງການຖ່າຍທົດອອກເປັນ 3 ສ່ວນ ຄື 1. ການສຶກສາດ້ານເທັກນິກ ລະດັບປະລິນຍາ 2. ຝຶກອົບຮົມດ້ານເທັກນິກລົດໄຟຄວາມໄວສູງ ແລກປ່ຽນຫຼັກສູດການສອນ 3. ຝຶກການຂັບລົດແລະຊ້ອມບຳລຸງ
ລວມທັງການເຊື່ອມຕໍ່ໜອງຄາຍ-ວຽງຈັນ ເຊິ່ງໄທ ຈີນ ແລະລາວ ຈະຕ້ອງຫາລືຮ່ວມກັນເພື່ອໃຫ້ສາມາດເຊື່ອມຕໍ່ໄດ້
Cr: PRACHACHAT
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment