ຍິງສາວໄວ 35 ປີ ທົນເຈັບປວດມາດົນ 5 ປີ ເພາະມີສິ່ງນີ້ຢູ່ໃນຂາ



ສະບາຍດີ ພີ່ນ້ອງ ໝູ່ເພື່ອນ ແຟນເຟສທຸກໆຄົນ ມື້ນີ້ແອັດມິນມີເລື່ອງລາວຂອງຍິງສາວໄວ 35 ປີ ທີ່ລາວມີອາການເຈັບ ແລະ ປວດຂາຫຼາຍ ຕັ້ງແຕ່່ປີ 2012    ແອັດມິນ ແລະ ທຸກຄົນທີ່ອ່ານຂ່າວນີ້ຕ້ອງງົງ ກັບຄວາມອົດທົນຂອງນາງແນ່ນອນ ເພາະວ່າ ນາງທົນປວດຕໍ່ໄປບໍ່ໄດ້ ຈຶ່ງມາຫາຫມໍ ແລະ ໄດ້ເອັກຊະເລເບິ່ງ ສິ່ງທີ່ບໍ່ຄາດຄິດກໍ່ຄື ເຫັນເຫຼັກຕະປູນັບ  70  ເຫຼັ້ມ ແລະ ນາງເອງກໍ່ຕົກໃຈ ເລື່ອງລາວຈະເປັນຢ່າງໃດນັ້ນ ເຮົາມາອ່ານລາຍລະອຽດເພີ່ມເຕີມຢູ່ດ້ານລຸ່ມພ້ອມໆກັນເລີຍຈ໋ະ



ກາຍເປັນເລື່ອງລາວີຮືຮາສຳລັບວົງການແພດ ເມື່ອບໍ່ດົນມານີ້ ມີເລື່ອງລາວສຸດແປກປະຫຼາດໃນໝູ່ບ້ານນ້ອຍໆເຂດ Fatehpur ທາງຕອນເໜືອຂອງປະເທດອິນເດຍ Anusuiya Devi ຍິງສາວໄວ 35 ປີ ເລີ່ມມີອາການເຈັບຂາຕັ້ງແຕ່ປີ 2012 ເນື່ອງຈາກມີຕະປູຈຳນວນຫຼາຍຝັງຢູ່ໃນຂາຂອງນາງ



ສາເຫດທີ່ເຮັດໃຫ້ນາງຮູ້ວ່າຂາຂອງນາງເຕັມໄປດ້ວຍຕະປູ ແມ່ນຕອນທີ່ມີຖົງສີຂາວງອກຂຶ້ນມາຕາມຂາ ຈາກນັ້ນມັນກໍ່ແຕກອອກເປັນນ້ຳໜອງ ແລະ ມີເຂັມຕະປູໂຜ່ອອກມານຳ ສິ່ງທີ່ຝັງຢູ່ຂາຂອງນາງນັ້ນມີຢູ່ສາມຊະນິດຄື: ເຂັມ, ເຫຼັກຕະປູ ແລະ ເຂັມສີດຢາທີ່ໃຊ້ໃນໂຮງໝໍ ທີ່ນ່າສົງໃສທີ່ສຸດກໍ່ຄືຂອງນີ້ເຂົ້າໄປຢູ່ໃນຂາຂອງນາງໄດ້ຈັ່ງໃດ



ນາງຕ້ອງອົດທົນກັບຄວາມເຈັບປວດ ອັນແສນສາຫັດມາເຖິງ 5 ປີ ຈົນກະທັງນາງໄດ້ພັບກັບໝໍ Naresh Vishal ຊຶ່ງໝໍ ໂຮງໝໍປະຈຳເຂດບອກວ່າ ນາງມາຫາເຮົາພ້ອມກັບຄວາມເຈັບປວດທີ່ຮຸນແຮງ ທາງແພດຈຶ່ງໄດ້ເອັກຊະເລເບິ່ງຂາຂອງນາງ ພົບວ່າມີເຂັມຕະປູຫລາຍຮອດ 70 ເຫຼັ້ມຢູ່ທາງໃນຂາທັງສອງຂ້າງຂອງນາງ




ຈາກນັ້ນໝໍກໍ່ໄດ້ເອັກຊະເລເບິ່ງທັມຫມົດຮ່າງກາຍຂອງນາງ ເພື່ອເບິ່ງວ່າມີເຂັມຝັງຢູ່ໃນສ່ວນອື່ນໆ ໃນຮ່າງກາຍຂອງນາງອີກບໍ່ ຊຶ່ງແພດຍັງບອກອີກວ່າບໍ່ມີທາງເປັນໄປໄດ້ເລີຍທີ່ຮ່າງກາຍຂອງເຮົາຈະສ້າງເຂັມ ຫຼື ເຫຼັກຕະປູຂຶ້ນມາເອງໄດ້



ແພດຈຶ່ງໄດ້ສັນນິຖານວ່ານາງເປັນຄົນເອົາຕະປູເຂົ້າໄປໃນຂາຂອງນາງເອງ ແລະ ແພດໄດ້ກວດເບິ່ງວ່ານາງມີອາການທາງຈິດບໍ່ ໂດຍໝໍເລົ່າວ່າຕົນບໍ່ເຄີຍເຫັນອີ່ຫຍັງແບບນີ້ມາກ່ອນໃນຊິວິດ ແລະ ບໍ່ນ່າເຊື່ອວ່າແມ່ຍິງຄົນນີ້ທົນກັບເຈັບປວດມາໄດ້ຂະໜາດນີ້ ປັດຈຸບັນ  Ausuiya ໄດ້ຖືກສົ່ງໂຕໄປຮັກສາຢູ່ໂຮງຫມໍ Kanpur



ຕະປູ 70 ເຫຼັ້ມ



ເປັນຢ່າງໃດກັນແນ່ ເລື່ອງລາວທີ່ແອັດມິນນຳມາສະເໜີມີຢູ່ແທ້ ຍິງສາວຄົນນີ້ລາວທົນເຈັບປວດມາດົນ 5 ປີ ຕອນນີ້ນາງຄົງຈະຮັກສາອາການປວດອີກດົນ ສຳລັບມື້ນີ້ແອັດມິນຂໍຕົວລາໄປກ່ອນ ມື້ໜ້າພັບກັນໃຫມ່


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments