ຈັບຄາຜ້າເຫຼືອງ ພ້ອມກັບຂອງກາງຢາບ້າ 386ເມັດ


ໜັງສືພິມດັງ ໜັງສືພິມຄວາມສະງົບສຸກລົງຂ່າວວ່າ: ປະຊາຊົນບ້ານຢອນ ເມືອງແປກ ແຂວງຊຽງຂວາງ ແປກໃຈ ປົກກະຕິຈະມີຜູ້ເຖົ້າເຂົ້າວັດ ໄປຟັງເທດຟັງທໍາທຸກໆວັນສິນ, ແຕ່ວ່າໃນລະຫວ່າງທ້າຍເດືອນພະຈິກ ຫາຕົ້ນເດືອນທັນວາ 2017 ມີໄວລຸ້ນໄວຄະນອງ ຂີ່ລົດຈັກທຽວເຂົ້າ-ອອກວັດເປັນປະຈໍາ ສ້າງສຽງເນືອງນັນໃຫ້ກັບປະຊາຊົນເຂດດັ່ງກ່າວ ຈຶ່ງແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດເຂົ້າກວດສອບ ເພື່ອໄຂຂໍ້ຂ້ອງໃຈ.



ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກປະຊາຊົນບ້ານຢອນ ຈຶ່ງຈັດກໍາລັງເຂົ້າຕິດຕາມເພື່ອສືບຂ່າວຫາສາເຫດ. ຜ່ານການຕິດຕາມຕົວຈິງ ເຫັນວ່າມີໄວລຸ້ນທຽວເຂົ້າ-ອອກວັດເປັນປະຈໍາທັງເວັ້ນທັງຄືນ ແລະ ສືບຮູ້ວ່າ ຄູບາພາຍໃນວັດດັ່ງກ່າວແມ່ນເອົາຢາບ້າມາຈໍາໜ່າຍ ແລະ ອໍານວຍຄວາມສະດວກໃຫ້ໄວລຸ້ນມົ້ວສຸມຢາເສບຕິດ. ມາຮອດວັນທີ 7 ທັນວາ 2017, ເຈົ້າໜ້າທີ່ພະເເນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ໄດ້ສົມທົບອໍານາດການປົກຄອງບ້ານ ພ້ອມເຖົ້າແກ່ແນວໂຮມເຂົ້າຈັບຕົວ ຄູບາ ຊື່ ສຸກຢ່າງ ອາຍຸ 24 ປີ ປະຈໍາຢູ່ວັດບ້ານຢອນ ເມືອງແປກ ແຂວງຊຽງຂວາງ ພົບຢາຈໍານວນ 386 ເມັດ ຢູ່ຖົງຍ່າມ ( ຖົງພາຍຄູບາ ) ພ້ອມທັງໃຫ້ສິກ ກ່ອນໄປສອບສວນດໍາເນີນຄະດີຕາມກົດໝາຍ.



ຕໍ່ກັບຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຫາກຸ່ມແກ້ງມົ້ວສຸມ ແລະ ຄ້າຂາຍຢາເສບຕິດທີ່ຍັງເປັນບັນຫາທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ເພື່ອແກ້ໄຂບັນຫາດັ່ງກ່າວນີ້ໃຫ້ຫຼຸດລົງໄປເລື້ອຍໆ.

ແຫຼ່ງຂ່າວຈາກ: www.lsecuritynews.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments