3 ວິທີແປກທຳຄວາມສະອາດໝໍ້ກະທະສະອາດຄືກັບຊື້ໃໝ່!!
ໝໍ້ກະທະ ທີ່ຜ່ານການເຮັດອາຫານມາຫຼາກຫຼາຍ ແຮງດົນ ຄາບຕ່າງໆກໍ່ແຮງໜາຄິດແໜ້ນ ແລະທຳຄວາມສະອາດຍາກຫຼາຍ ຫຼາຍຄົນຈຳເປັນຕ້ອງໄດ້ປ່ຽນໝໍ້ຫຼືກະທະໃໝ່ ເພາະທົນເບິ່ງຄວາມສົກກະປົກນີ້ບໍ່ໄຫວແລ້ວ ແຕ່ຖ້າຮູ້ເທັກນິກ 3 ຂໍ້ຕໍ່ໄປນີ້ ທັງໝໍ້ ທັງກະທະ ຈະສະອາດຄືກັບຊື້ໃໝ່ເລີຍເຊິ່ງບໍ່ຕ້ອງເປືອງແຮງຂັດ
1. ກະດາດຝອຍ ເອົາມາຂັດສິ່ງສົກກະປົກໃນໝໍ້ ແລະກະທະໄດ້: ພວກຄາບແລະສິ່ງສົກກະປົກຈາກອາຫານທີ່ຕິດຢູ່ໃນໝໍ້ ເຕົາ ຫຼືຖາດ ສາມາດເງົາງາມໄດ້ຄືໃໝ່ໄດ້ດ້ວຍການໃຊ້ກະດາດຝອຍຂັດ ໃສ່ຖົງມືແລ້ວຫຍຸມກະດາດໃຫ້ເປັນກ້ອນ ຈາກນັ້ນເອົາໝໍ້ໄປແຊ່ນຳ້ຮ້ອນປະສົມນຳ້ຢາລ້າງຈານ ແລະວໃຊ້ກະດາດຝອຍທີ່ຫຍຸມເປັນກ້ອນນັ້ນຂັດອອກ
2. ນຳ້ສົ້ມສາຍຊູ ກັບເບຄິ້ງໂສດາ ເຮັດໃຫ້ໝໍ້ກະທະເງົາງາມ: ສ່ວນປະສົມທັງສອງຢ່າງນີ້ ເປັນສ່ວນປະສົມທີ່ໃຊ້ທຳຄວາມສະອາດໄດ້ດີ ໝໍ້ກະທະຈະສະອາດຄືຂອງໃໝ່ ໃຫ້ເອົາເບຄິ່ງໂສດາ ປະສົມກັບນຳ້ຮ້ອນ 1 ຖ້ວຍແລະນຳ້ສົ້ມສາຍຊູ 1/3 ຖ້ວຍ ຈະເຮັດໃຫ້ການທຳຄວາມສະອາດຄາບຈາກອາຫານນັ້ນງ່າຍຂຶ້ນ
3. ນຳ້ຕານກ້ອນໃຊ້ມາທຳຄວາມສະອາດໄດ້: ເຖິງວ່າຈະຟັງຄືແປກໆ ແຕ່ກໍ່ເປັນອີກວິທິໜຶ່ງທີ່ໄດ້ຜົນດີ ນຳ້ຕານກ້ອນຊ່ວຍກຳຈັດຄາບອາຫານທີ່ເກາະຕິດໝໍ້ ກະທະໄດ້ດີ ກ່ອນອື່ນໃຫ້ແຊ່ໝໍ້ ກະທະກ່ອນ ເວລາຈະຂັດກໍ່ໃຫ້ເທນຳ້ອອກແລ້ວໃຊ້ນຳ້ຕານກ້ອນຂັດ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment