ຍອດວິດແຮງ 3 ລ້ານ!! "ນັກມາຍາກົນໜຸ່ມ" ຖືກທ່ານຜູ້ຊົມສາວ ຕົບໜ້າກາງເວທີ ຫຼັງຫຼິ້ນກົນສຸດພີກ ທີ່ເຫັນແລ້ວອຶ້ງ!! ອ້າຍປາກຄ້າງໝົດຫ້ອງໂຖງ!!



ໃນໂລກຂອງການສະແດງ "ມາຍາກົນ" ແມ່ນຫຍັງກໍ່ເກີດຂຶ້ນໄດ້ສະເໝີ ແລະນີ້ກໍ່ແມ່ນໂຊທີ່ສ້າງຄວາມຮືຮາອີກໂຊໜຶ່ງ ແຕ່ຄວາມຮືຮາບໍ່ແມ່ນສະເພາະຄວາມອຶ້ງຂອງມາຍາກົນ ແຕ່ເພາະເກີດເລື່ອງລະຫວ່າງການສະແດງມາຍາກົນ ເຊິ່ງຜູ້ໃຊ້ Youtube ຊື່ວ່າ Top Rank Moments ໄດ້ເຜີຍແຜ່ຄລິບໜຶ່ງທີ່ມີຊື່ວ່າ "ນັກມາຍາກົນຖືກຕົບຍ້ອນຫຼິ້ນກົນແບບນີ້"



ເຊິ່ງເປັນເຫດການທີ່ເກີດຂຶ້ນລະຫວ່າງ "ນັກມາຍາກົນໜຸ່ມ" ດຳເນີນການສະແດງແລະໄດ້ເຊີນ "ທ່ານຜູ້ຊົມສາວ" ຄົນໜຶ່ງຂຶ້ນມາຮ່ວມເປັນສ່ວນໜຶ່ງຂອງການໂຊມາຍາກົນ ເຊິ່ງກໍ່ເປັນການໂຊທົ່ວໆໄປຄືໃຫ້ລາວລົງໄປນອນຢູ່ໃນກ່ອງໃສໆກາງເວທີ ກ່ອນທີ່ຈະເອົາຜ້າຄຸມໄວ້ ແລະຕອນເປີດອອກມາ ທ່ານຜູ້ຊົມກໍ່ໄດ້ສົ່ງສຽງຮ້ອງຢ່າງຖືກອົກຖືກໃຈເມື່ອເຫັນວ່າເສື້ອຜ້າຂອງສາວໄດ້ຖືກຖອດອອກໄປກອງຢູ່ທາງຂ້າງຮຽບຮ້ອຍ



ແຕ່ການສະແດງຍັງບໍ່ຈົບເທົ່ານັ້ນ ນັກມາຍາກົນຍັງໄດ້ເອົາຜ້າປົກອີກເທື່ອໜຶ່ງ ແລະເມື່ອລາວໄດ້ດຶງຜ້າອອກ ກໍ່ເຫັນວ່າແມ່ຍິງສາວຄົນນັ້ນໄດ້ເສຍໄດ້ຈາກກ່ອງແລ້ວ ພ້ອມທັງໄດ້ຖິ້ມຊຸດສີຂຽວຂອງລາວໄວ້ໃນກ່ອງ

ແລະໃນຂະນະທີ່ທ່ານຜູ້ຊົມໄດ້ໃຫ້ຄວາມສົນໃຈກັບນັກມາຍາກົນນັ້ນ ແມ່ຍິງສາວໄດ້ແລ່ນອອກມາໂດຍບໍ່ໄດ້ນຸ່ງຫຍັງເລີຍ ແລະກໍ່ໄດ້ແລ່ນຂຶ້ນເທິງເວທີເພື່ອໄປເອົາຊຸດຂອງລາວຄືນ ແລະກໍ່ບໍ່ລືມທີ່ຈະຝາກຮອຍຝາມືໄວ້ຢູ່ໜ້ານັກມາຍາກົນອີກນຳ!! ພາກັນຫຼິ້ນມາຍາກົນແບບໃດກັນນິ 555

ຄລິບ


/div>

ຈັ່ງໃດກໍ່ຕາມ ທ່ານຜູ້ຊົມກໍ່ພາກັນຄິດວ່າແມ່ຍິງຄົນນັ້ນຕ້ອງແມ່ນການຕຽມໂຕມາແລ້ວ ແລະກໍ່ຍັງຄິດວ່າແມ່ຍິງຄົນນັ້ນຄືສິແມ່ນໜຶ່ງໃນທີມງານຂອງພວກເຂົາ ແຕ່ນີ້ກໍ່ແມ່ນການສົນນິຖານຈາກຜູ້ຊົມເທົ່ານັ້ນ!!



ຂໍຂອບໃຈທີ່ມາ: Youtube Top Rank Moments
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments