ຢີ່ປຸ່ນສະໜອງທຶນພັດທະນາການສຶກສາລາວຫຼາຍກວ່າ 3 ຕື້ກວ່າກີບ



ລັດຖະບານ​ຍີ່ປຸ່ນ ​ໄດ້​ໃຫ້​ທຶນ​ການຊ່ວຍເຫຼືອ​ລ້າ ມູນ​ຄ່າ 430.929 ໂດ​ລາ​ສະຫະລັດ ຫຼື ປະມານ 3 ຕື້​ກວ່າ​ກີບ ເພື່ອ​ສ້າງ​ສິ່ງ​ອຳນວຍຄວາມ​ສະດວກ​ພາຍ​ໃນ​ໂຮງຮຽນມັດທະຍົມ​ສຶກ​ສາ ແລະ ສະໜັບສະ​ໜູນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງຍິງ-ຊາຍ ທີ່​ແຂວງ​ບໍ່ແກ້ວ ເຊິ່ງ​ພິທີ​ເຊັນ​ສັນຍາ​ໂຄງການ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 28 ພະຈິກ 2017 ທີ່​ນະຄອນຫຼວງວຽງ​ຈັນ ໂດຍ​ການ​ຮ່ວມ​ລົງ​ນາມຂອງທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ເອກ​ອັກຄະລາຊະທູດ​ຍີ່ປຸ່ນ​ປະຈຳລາວ ແລະ ທ່ານ​ນາງ ຈິ​ຢະນະ ງະ​ຊິ​ມະ ຜູ້​ຮັບຜິດຊອບ​ໂຄງການ plan international japan (PIJ) ມີ​ທ່ານ ເຄນ​ທອງ ນວນ​ທະສິນ ຮອງ​ຄະນະ​ກຳມາ​ທິ​ການ​ພົວພັນ​ຕ່າງປະເທດ ສະພາ​ແຫ່ງຊາດ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ໂຄງການ​ນີ້ ເພື່ອ​ແນໃສ່​ໂຮງຮຽນ​ມັດທະຍົມ ຈຳນວນ 10 ແຫ່ງ ໃນ​ເມືອງ​ຜາ​ອຸດົມ ເຊິ່ງເປັນ​ໜຶ່ງ​ໃນ​ຕົວ​ເມືອງ​ໃນ​ແຂວງ​ບໍ່ແກ້ວ ທີ່​ມີ​ຄວາມທຸກ​ຍາກ ແລະ ກັນດານ​ທີ່​ສຸດ ປະຊາກອນ​ສ່ວນຫຼາຍ​ໃນ​ພື້ນ​ທີ່​ດັ່ງກ່າວ​ມີ​ຊົນເຜົ່າກຸ່ມ​ນ້ອຍ ທີ່​ມີ​ບັນທັດຖານ ແລະ ຮີດຄອງ​ໃຫ້​ຜູ້ຍິງ​ເຮັດ​ແຕ່​ວຽກບ້ານ ແລະ ແຕ່ງງານ​ໄວ ເຊິ່ງເປັນ​ການ​ຫຼຸດ​ໂອກາດ​ໄດ້​ຮັບ​ການສຶກ​ສາ​ຂັ້ນ​ມັດທະຍົມ​ສຶກ​ສາ.
ເພື່ອ​ທີ່​ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ ໂຄງການ​ນີ້​ຈະ​ຈັດ​ກິດ​ຈະກຳ​ຫຼາຍ​ຢ່າງ ທີ່​ໂຮງຮຽນ​ມັດ​ທະຍົມ​ສຶກ​ສາ ຈຳນວນ 5 ແຫ່ງ ໃນປີ​ທຳ​ອິດ ເຊັ່ນ: ການ​ກໍ່ສ້າງ​ຫໍ​ພັກນັກ​ສຶກ​ສາ ການ​ເຝິກອົບຮົມ​ອາຈານ ສະມາຊິກ​ຈາກ​ສະມາຄົມຜູ້​ປົກຄອງ ແລະ ອາຈານ ປະທານ​ສະມາຄົມ​ນັກ​ສຶກ​ສາ ແລະ ຄູ​ເຝິກສຳລັບ​ການ​ໃຫ້​ຄວາມ​ຮູ້ພື້ນຖານ​ຂອງ​ບົດບາດຍິງ-ຊາຍ ການ​ບໍລິການ​ຈັດ​ສິ່ງ​ອຳນວຍຄວາມ​ສະດວກ​ຕ່າງໆ ແລະ ການ​ເຝິກອົບຮົມ​ເລື່ອງ​ບຳລຸງ​ຮັກສາ ໃນ​ປີ​ທີ 2 ນີ້ ໂຄງການ​ຈະ​ໄດ້ຈັດ​ຕັ້ງ​ການ​ເຝິກອົບຮົມ​ເພື່ອ​ທົບທວນຄືນ​ຫົວຂໍ້​ ກ່ຽວ​ກັບ​ສິດທິ​ສະເໝີ​ພາບ​ຂອງ​ບົດບາດຍິງ-ຊາຍ ພ້ອມ​ເຮືອນຄົວ​ແນວ​ລະ 1 ຫຼັງ ຫ້ອງ​ນ້ຳ​ຍິງ-ຊາຍ ແນວ​ລະ 1 ຫຼັງ ລະບົບ​ນ້ຳ​ປະປາ​ໃຫ້​ແກ່​ໂຮງຮຽນ 1 ຫຼັງ ທີ່​ນອນ​ຢູ່​ໃນ​ໂຄງການ​ອີກດ້ວຍ ສ່ວນ​ການ​ບໍລິການ​ຈັດ​ສິ່ງອຳນວຍ​ຄວາມ​ດວກ​ຕ່າງໆ ແລະ ການ​ເຝິກອົບຮົມ​ເລື່ອງ​ການ​ບຳລຸງ​ຮັກສາ ແມ່ນ​ຈະ​ໄດ້​ຖືກ​ຈັດ​ຂຶ້ນທັງ​ໝົດ 10 ໂຮງຮຽນ.

ເປັນພຽງຮູບພາບປະກອບ






-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments