ລັດເສີຍຫາຍ ຫລາຍກວ່າ 480 ຕື້ກີບ ຈາກການສໍ້ລາດບັງຫຼວງ
ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ເປີດເຜີຍໃນພິທີສະເຫຼີມສະຫຼອງວັນສະກົນຕ້ານການສໍ້ລາດບັງຫຼວງຄົບຮອບ 14 ປີ (9 ທັນວາ 2003 - 9 ທັນວາ 2017).
ທ່ານຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ສີໄນ ມຽງລາວັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາອົງການກວດກາຂອງຕົນ ໄດ້ເອົາໃຈໃສ່ຕິດຕາມກວດກາພຶດຕິກຳທີ່ເປັນການສໍ້ລາດບັງຫຼວງຄື: ການໃຫ້ ແລະ ຮັບສິນບົນ, ການສວຍໃຊ້ໜ້າທີ່ຕຳແຫນ່ງເກີນຂອບເຂດ, ການລັກລອບໃຊ້ເອກະສານປອມ ແລະ ອື່ນໆ ທີ່ພາໃຫ້ຊັບສິນຂອງລັດເສຍຫາຍເປັນຈຳນວນຫຼວງຫຼາຍຄື: ນັບແຕ່ປີ 2013 ເປັນຕົ້ນມາ, ສາມາດກວດເຫັນຜົນເສຍຫາຍຫຼາຍກວ່າ 480 ຕື້ກີບ ແລະ ສາມາດເກັບກູ້ຄືນໄດ້ແລ້ວ 337 ກ່ວາຕື້ກີບ, ຍັງຄ້າງ 142 ກວ່າຕື້ກີບ. ສະເພາະຜົນເສຍຫາຍຈາກການປະຕິບັດໂຄງການ ແລະ ການສໍ້ໂກງຊັບຂອງລັກມີຫຼາຍກວ່າ 417 ຕື້ກີບ, ສາມາດເກັບຄືນໄດ້ແລ້ວ 289 ຕື້ກວ່າກີບ. ສ່ວນຜູ້ກະທຳຜິດແມ່ນໄດ້ດຳເນີນມາດຕະການຕາມລະບຽບກົດໝາຍນັບແຕ່ຂັ້ນສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດວິໄນດ້ານບໍລິຫານ ແລະ ດຳເນີນຄະດີຕາມກົດໝາຍຫຼາຍກວ່າ 100 ຄົນ, ໃນນີ້ເປັນພະນັກງານລັດ 86 ຄົນ ແລະ ບໍລິສັດ 21 ຄົນ, ໄດ້ສະຫຼຸບສຳນວນຄະດີສົ່ງໄອຍະການແລ້ວ 55 ຄົນ, ໄອຍະການໄດ້ຖະແຫຼງໃຫ້ສານຕັດສິນແລ້ວ 39 ຄົນ ແລະ ສານໄດ້ຕັດສິນແລ້ວ 13 ຄົນ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment