5 ວິທີອາບນຳ້ແບບບໍ່ໜາວ


ເຊື່ອວ່າຫຼາຍມື້ທີ່ຜ່ານມານີ້ ເຮັດເອົາຈົນຫຼາຍໆຄົນໜາວຈົນບໍ່ກ້າອາບນຳ້ເລີຍແມ່ນບໍ່ ທັງໆທີ່ຢາກອາບສຸດໆ ແຕ່ອາກາດມັນໜາວແຮງ ມື້ນີ້ເຮົາມີເທັນິກເດັດໆ ໃນການອາບນຳ້ແລ້ວບໍ່ໜາວມາຝາກທຸກຄົນ
ຈະເປັນແນວໃດມາເບິ່ງກັນເລີຍ

ຂັ້ນທຳອິດ ເລີ່ມຕົນທີ່ການລ້າງໜ້າລ້າງຕາ ໃຫ້ຮຽບຮ້ອຍເສຍກ່ອນ ຈາກນັ້ນຮອງນຳ້ໃສ່ກະຊາມໃຫຍ່ ເລີ່ມມາຕັກນຳ້ລ້າງຕີນໃສ່ສະບູໃຫ້ສະອາດ
ກ່ອນຈະເລີ່ມ ຕັກນຳ້ຫົດຮ່າງກາຍເທື່ອລະໜ້ອຍສະລັບກັບການຖູເນື້ອຜິວ ໄຕ່ຂຶ້ນຫ່າງກາຍເທື່ອລະໜ້ອຍສູງຂຶ້ນເລື້ອຍໆ
ໄປທີ່ຊາ ແຂນ ຮ່າງກາຍສ່ວນລຸ່ມ ຫ່າງກາຍສ່ວນເທິ່ງຕາມລຳດັບ ບວກກັບການຖູຜິດໜັງໄປນຳ ຈະເປັນການກະຕຸ້ນເລືອດໃຫ້ໄຫລວຽນ ນຳພາຄວາມຮ້ອນມາທີ່ບໍລິເວນທີ່ຖູ
ຟອກສະບູເປັນສ່ວນໄປ ວິທີອາດດົນ ແຕ່ໃຊ້ເວລາແຕ່ 5 ນາທີເທົ່ານັ້ນ

ໃຊ້ຟອງນຳ້ອາບນຳ້ ຫຼືຜ້າແພຜືນ ຈຸ່ມນຳ້ບີບໃສ່ໂຕ ແລະ ຖູໂຕແທນການໃຊ້ມືຕັກນຳ້


ຕົ້ມນຳ້ຮ້ອນມາປະສົມນຳ້ເຢັນກໍ່ໄດ້ ປະສົມແຕ່ພໍບໍ່ໃຫ້ນຳ້ເຢັນຈົນເກີນໄປ ຢ່າປະສົມຈົນກາຍເປັນນຳ້ອຸ່ນ
ເພາະມັນຈະໜາວຕອນອາບແລ້ວ

 ອາບແລ້ວ ໃຊ້ເບບີ້ອອຍ ໃນຕອນປຽກ ແລ້ວຄ່ອຍໃຊ້ຜ້າເຊັດໃຫ້ແຫ້ງ
ເພື່ອໃຫ້ ເບບີ້ອອຍຮັກສາອຸນຫະພູມໃນຮ່າງກາຍໃຫ້ອົບອຸ່ນດົນຂຶ້ນ ຜິວບໍ່ແຫ້ງນຳ

ການອົມນຳ້ເຢັນໆ ໄວ້ໃນປາກ ລະວ່າງທີ່ອາບນຳ້ກໍ່ເປັນການຊ່ວຍເຮັດໃຫ້ຮ່າງກາຍປັບອຸນຫະພູມໄດ້ອີກທາງໜຶ່ງເຊັ່ນກັນ


ຂໍ້ມູນ: gangbeauty
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments