ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ່ 5 (ບໍລິຄຳໄຊ-ບິງການ) ຈະເກີດຂື້ນຫຼືບໍ່
ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ແມ່ນມີຈຸດທີ່ຕັ້ງຫ່າງຈາກເທດສະບານແຂວງບໍລິຄຳໄຊ ມາທາງນະຄອນຫຼວງວຽງຈັນປະມານ 10 ກິໂລແມັດ, ຫ່າງຈາກເສັ້ນ ທາງເລກທີ 13 ໃຕ້ປະມານ 2.5 ກິໂລແມັດ, ລວມຄວາມຍາວສະເພາະຂົວທັງໝົດ 1,350 ແມັດ, ທາງເຂົ້າຂົວເບື້ອງໄທມີຄວາມຍາວປະມານ 12 ກິໂລແມັດ ແລະ ສ່ວນເບື້ອງລາວມີປະມານ 2.5 ກິໂລແມັດ ລວມມູນຄ່າການກໍ່ສ້າງທັງສອງເບື້ອງປະມານ 3,900 ລ້ານບາດ ຫຼື ປະມານ 975 ຕື້ກີບ.
ປັດຈຸບັນຄະນະຮັບຜິດຊອບປະສານງານໂຄງການທັງສອງຝ່າຍ ກໍ່ຄືລັດຖະບານທັງສອງປະເທດກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານເພື່ອຊຸກຍູ້ໃຫ້ຂົວດັ່ງກ່າວໄດ້ຮັບການສ້າງຕັ້ງເປັນຮູບປະທຳ ແລະ ຫຼ້າສຸດໄດ້ມີຄວາມເປັນເອກະພາບກັນປັບປຸງຄືນດ້ານສັນຍາລັກແບບເສົາກາງນ້ຳ 4 ຕົ້ນໂດຍປ່ຽນຈາກຮູບແຄນມາເປັນຮູບດອກຈັນ.
ທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ໃຫ້ສຳພາດກ່ອນໜ້ານີ້ວ່າ: ການກໍ່ສ້າງຂົວຂ້າມນ້ຳຂອງ (ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5) ຖ້າສຳເລັດຈະອຳນວຍຄວາມສະດວກໃນການຄົນມະນາຄົມ, ການຂົນສົ່ງສິນຄ້າ, ການແລກປ່ຽນຊື້-ຂາຍດ້ານຕ່າງໆຕາມແລວເສດຖະກິດ ເພື່ອເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງໄລຍະຜ່ານມາລັດຖະບານທັງສອງປະເທດກໍ່ຄືການນຳຂອງສອງແຂວງກໍ່ໄດ້ມີການເຫັນດີໃນແຜນກໍ່ສ້າງຂົວດັ່ງກ່າວແຕ່ຍັງລໍຖ້າແຫຼ່ງທຶນ.
ຫຼ້າສຸດ ຄະນະກຳມະການຜູ້ປະສານງານໂຄງການຝ່າຍລາວໃຫ້ຮູ້ວ່າ: ປັດຈຸບັນຄະນະຮັບຜິດຊອບອອກແບບຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການແມ່ນໄດ້ມີການແກ້ແບບຂົວຄືນໃໝ່. ສ່ວນດ້ານທຶນເບື້ອງລາວແມ່ນກຳລັງຢູ່ໃນຂັ້ນຕອນຂໍກູ້ຢືມຈາກຜູ້ໃຫ້ທຶນໃນມູນຄ່າ 1,248 ລ້ານບາດ (ບໍ່ລວມວຽກງານໄກ່ເກ່ຍ) ຫລື ປະມານ 300 ຕື້ກີບ; ສະເພາະວຽກງານໄກ່ເກ່ຍສິ່ງກີດຂວາງທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງຂົວດັ່ງກ່າວນີ້ແມ່ນມີປະມານທັງໝົດ 3 ຕື້ກີບ. ສ່ວນເບື້ອງໄທແມ່ນມີຄວາມພ້ອມແລ້ວ.
ຜ່ານມາລັດຖະບານທັງສອງປະເທດກໍ່ໄດ້ເອົາໃຈໃສ່ຮ່ວມມືກັນສ້າງຂົວຂ້າມນ້ຳຂອງ (ຂົວມິດຕະພາບລາວ-ໄທ) ມີທັງໝົດ 4 ແຫ່ງຄື: 1: ນະຄອນຫຼວງວຽງຈັນ-ໜອງຄາຍ; 2: ສະຫວັນນະເຂດ-ມຸກດາຫານ; 3: ຄຳມ່ວນ-ນະຄອນພະນົມ ແລະ ແຫ່ງທີ 4 ບໍ່ແກ້ວ-ຊຽງຂອງ.
Cr ຂ່າວເສດຖະກິດ-ການຄ້າ
-----------------------------------ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment