5 ວິທີ "ປາບເມຍນ້ອຍ" (ວິທີແບບຜູ້ດີ ບໍ່ຕ້ອງຕົບຕີໃຫ້ເປືອງແຮງ)


ໝົດເວລາດາມມ່າຊຳ້ໃຈອມື່ອຜູ້ຊາຍແອບໄປມີໃໝ່ໄດ້ແລ້ວ ນາທີນີ້ສາວໆທັງຫຼາຍ ຕ້ອງມາປົກປ້ອງຄວາມຮັກຂອງຕົນເອງ ຫາກເຈີເມຍນ້ອຍທີ່ມັກເຂົ້າມາປັ່ນປ່ວນພາໃຫ້ຄອບຄົວເຮົາແຕກແຍກ ຢ່າໄປຍອມມັນເດັດຂາດໃຫ້ນາງເຮັດໃຈເຂັ້ມແຂງ ແລ້ວລຸຍເລີຍ ຮັບຮອງເຜັດເຖິງໃຈ ຊະນະໃສໆ ແບບບໍ່ຕ້ອງເປືອງແຮງກັນເລີຍຍຍຍ ມາ!!! ມາເບິ່ງກັນດີກວ່າວ່າຕ້ອງເຮັດແບບໃດແດ່

1. ເຮົາຕ້ອງງາມແບບແພງໆ


ບໍ່ວ່ານາງເມຍນ້ອຍມັນຈະໜ້າຕາດີຂະໜາດໃດກໍ່ຕາມ ແຕ່ເບິ່ງຈັ່ງໃດກໍ່ຄືໄຮ້ຄ່າໄຮ້ລາຄາທີ່ສຸດ ເຈົ້າເປັນເມຍຫຼວງເຈົ້າຕ້ອງເຊີດໄວ້ ດູແລເບິ່ງແຍງໂຕເອງໃຫ້ງາມແບບແພງໆ ເນັ້ນລຽບຫຼູດູດີ ແບບທີ່ນາງເມຍນ້ອຍເຫັນແລ້ວຕ້ອງອາຍໂຕເອງເລີຍ

2. ໃຊ້ມານຍາສະກົດໃຈສາມີ


ເປັນເມຍຫຼວງແສນສະຫຼາດ ຕ້ອງເຂົ້າທາງສາມີເດີ້ ເຮັດໃຫ້ຜູ້ຊາຍເຂົາເລືອກເຮົາໃຫ້ໄດ້ ເຖິງວ່າເຮົາຈະຮູ້ສຶກຂະຍະຂະແຍງໝົດຮັກແລ້ວກໍ່ຕາມ ແຕ່ເຈົ້າກໍ່ຕ້ອງໃຊ້ມານຍາກົນທີ່ມີຢູ່ເພື່ອດຶງຜູ້ຊາຍມາຢູ່ນຳເຮົາ ປ່ອຍເມຍນ້ອຍໃຫ້ນອນຖ້າສາມີເຈົ້າໄປໂລດ ເພາະລາວຢູ່ກັບເຈົ້າ ຂໍໂທດນາງເມຍນ້ອຍຫຼາຍໆເດີ້ 555

3. ອວດຜົວກັບເມຍນ້ອຍ


ເຈົ້າຕ້ອງໂຊຊີວິດດີໆປັ່ນປ່ວນເມຍນ້ອຍແດ່ ຕົວຢ່າງສາມີເຮັດອີ່ຫຍັງດີໆໃຫ້ເຂົ້າ ເຈົ້າກໍ່ລົງຮູບພ້ອມກັບແຄັບຊັນອວດແບບລົວໆແຮງໆວ່າຊີວິດດີຫຼາຍ ເວລາໃດທີ່ສາມີສະວີດກັບເຈົ້າ ຢ່າລໍຊ້າທີ່ຈະເອົາໄປອວດເມຍນ້ອຍ ໃຫ້ນາງດິ້ນຕາຍ ອິດສາຕາຮ້ອນຢູ່ຄົນດຽວ ມ່ວນດີ ແລະສະໃຈນຳ

4. ດ່າແບບຜູ້ດີ ບໍ່ຕົບຕີໃຫ້ເປືອງມື


ບໍ່ເດີ້ ເຮົາຈະບໍ່ລົງໄມ້ລົງມືໃຫ້ເໝື່ອຍລ້າໆ ແຖມເປັນການຫຼຸດຄຸນຄ່າຂອງໂຕເອງລົງອີກ ເຈົ້າຕ້ອງວາງໂຕດີໆ ເປັນແມ່ຍິງທີ່ມີສະໝອງ ເວົ້າສັ້ນໆ ແຕ່ເຈັບລຶກໆ ເອົາໃຫ້ເມຍນ້ອຍສະອຶກຈົນກະອັກເລືອດເລີຍ ຕົວຢ່າງການຍິ້ມແບບອົບອຸ່ນ ແລ້ວຖາມມັນເບົາໆວ່າ "ອີ່ຫຼ້າຂາດຄວາມອົບອຸ່ນຫວາ"

5. ຄຸມຊັບສິນທັງໝົດ


ຂໍ້ນີ້ແມ່ນສຳຄັນຫຼາຍ ສາວໆ ຕ້ອງເຮັດຈັ່ງໃດກໍ່ໄດ້ໃຫ້ຊັບສິນທຸກຢ່າງຕົກຢູ່ພາຍໃນອຳນາດຂອງເຮົາໃຫ້ໝົດ ບອກເລີຍວ່າຄົນຖືເງິນຈັ່ງໃດກໍ່ຍິ່ງໃຫຍ່ ຫາກຜູ້ຊາຍຈະຖິ້ມໄປ ກໍ່ໃຫ້ມັນໄປແຕ່ໂຕ ເຊີນໃຫ້ມັນໄປເລີຍໄປຢູ່ຖຽງນານ້ອຍພຸ້ນ ເຊີນຕາມອັດທະຍາໄສ

ເປັນຈັ່ງໃດນໍ້ກັບ5ວິທີປາບເມຍນ້ອຍທີ່ເຮົາເອົາມາຝາກໃນມື້ນີ້ ແຊບເຖິງໃຈເລີຍແມ່ນບໍ່ ລອງເອົາໄປໃສ່ກັນເບິ່ງເດີ້ ຮັບຮອງວ່າເມຍນ້ອຍຢູ່ໃສກໍ່ຕ້ອງຍອມສະຍົບ ແຖມສາມີກໍ່ບໍ່ກ້າຫືແນ່ນອນ



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments