ເກີດເຫດລົດຈັກຕຳກັນ!!! ທີ່ບ້ານໜອງພະຍາ ເຮັດໃຫ້ມີຜູ້ບາດເຈັບ 6 ຄົນ ສາຫັດ 1 ຄົນ



ລົດຈັກຕໍາລົດຈັກ ຜູ້ບາດເຈັບ6ຄົນ ສາຫັດ1ຄົນ
ໃນວັນທີ 7/12/2017 ເວລາປະມານ 8:12 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດຈັກຕໍາກັນຢູ່ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 6 ຄົນ 
ຜູ້ທີ1ມີອາການບາດແຜ ຈີກໃຫ່ຍບໍລິເວນໃບໜ້າ ແລະ ຫູຂາດ,ຂາຊາຍຈີກ ແລະ ເສຍເລືອດຫຼາຍ
ຜູ້ທີ2-6ແມ່ນເປັນເດັກນ້ອຍ ມີອາການບາດແຜຖະຫຼອກຕາມຕົນໂຕ.
ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ. 








ຂອບໃຈຂໍ້ມູນຈາກ : ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments