7 ຂໍ້ດີຂອງການ "ສູບຢາ" ທັງຊີວິດບໍ່ເຄີຍຮູ້ມາກ່ອນເລີຍ
ໃຜວ່າການ "ສູບຢາ" ມີແຕ່ຂໍ້ເສຍ ລອງມາເບິ່ງຂໍ້ດີກັນນຳແດ່ມື້ນີ້ນະ... ເຊິ່ງແນ່ນອນຫຼາຍໆຄົນຕ້ອງບໍ່ເຄີຍຮູ້ມາກ່ອນເລີຍ
ຂໍ້ດີຂອງການສູບຢາ
1. ຄົນຄິດຄົ້ນຢາສູບແມ່ນນັບຖືສາສະໜາພຸດ ເພາະໃຊ້ຫຼັກທຳໃນການນັ່ງສະມະທິ ຫາຍໃຈອອກ(ພຸດ) ຫາຍໃຈເຂົ້າ(ໂທ) ເຮັດໃຫ້ເຮົາໃຈເຢັນຂຶ້ນ
2. ສູບຢາຊ່ວຍຊາດ ຢາກໃຫ້ປະເທດລາວມີເສດຖະກິດທີ່ດີເພາະລັດຖະບານເຮົາຕັ້ງພາສີ ຢາສູບ ສູງຫຼາຍ
3. ຊ່ວຍປະຍັດຄ່າອາຫານເພາະວ່າຫຼັງຈາກສູບຢາແລ້ວ ຈະບໍ່ຮູ້ສຶກຫິວເຂົ້າຫຼາຍ ໂອ້!! ຢູ່ໄດ້ໝົດມື້ ບໍ່ຕ້ອງແດກເຂົ້າ
4. ຊ່ວຍໃນເລື່ອງລະບົບຂັບຖ່າຍ ສູບເພື່ອບໍ່ໃຫ້ເຈົບທ້ອງ ສູບເພື່ອປ້ອງກັນໂລກລິດສິດວງທະວານ
5. ໃຜຮູ້ໂຕວ່າປາກເໝັນແມ່ນແນະນຳໃຫ້ສູບ ເພາະກິ່ນຢາສູບຈະໄປກົບເກືອນກິ່ນປາກໄດ້ເປັນຢ່າງດີ (ໃຊ້ໄດ້ຜົນ ດີກວ່າຄໍເລດແນ່ນອນ)
6. ເວລາໄປຄ້າງຄືນໃນປ່າ ໃນເຂົາຫຼືກິນເຫຼົ້າ ນອກອາຄານທີ່ມີຍຸງຫຼາຍ ແນະນຳໃຫ້ສູບ
ສູບປັບ ຍຸງໜີປຸ໊ບ ບໍ່ມາວຸ້ນວາຍເຮົາອີກຕໍ່ໄປ
7. ຢາກໃຫ້ເບຍຣົດຊາດດີຂຶ້ນ ສູບເລີຍ ຮັບຮອງວ່າແຊບກວ່າເກົ່າ
(ແນ່ນອນແຕ່ຢ່າງໃດເຮົາກໍ່ບໍ່ສະໜັບສະໜູນໃຫ້ສູບຢາເດີ້ພີ່ນ້ອງ)
ຂໍຂອບໃຈແຫຼ່ງທີ່ມາ: Sumhua.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments
Post a Comment