7 ເມືອງທື່ສູນຫາຍໄປຈາກໂລກນີ້
1.Hy Brasil
ຫຼືອອີກຊື່ໜື່ງຄື ບາຊິວ ພົບເຫັັນໃນແຜ່ນທີ່ໃນປີ 1325 ຈົນສິນສຸດສັດຕະວັດທີ່ 19 ຫາງອອກໄປ 193 ກິໂລແມັດ ທາງຕາເວັນອອກຂອງ ໄອແລນ ສະຖານທີ່ແຫ່ງນີ້ຈະຈົມຢູ່ໃນນຳ້ແລະຈະຂື້ນມາສະແດງໃຫ້ເຫັນເປັນບາງເວລາເທົ່ານັ້ນ ນັນລະຄືຕົ້ນກຳເນີດຂອງຕຳນານຂອງທ້ອງທະເລ ເກາະນີ້ຈະຖືກໝອກປິດບັງໄວ້ ຍົກເວັ້ນມື້ໜຶ່ງໃນຮອບ 7 ປີຍັງຖືກມາສະແດງໃຫ້ເຫັນແລະເຫັນວ່າມີປະສາດຫີນຫລັງໜຶ່ງຢູ່ເທີ່ງເກາະແລະມີຂອງມີຄ່າອີກຫລາກຫລາຍ.
2.Zealandia
ສະຖານທີ່ແຫ່ງນີ້ຖືກຄາດການເອົາໄວວ່າໜ້າຈະຈົມລົງໄປເພາະວ່າແຜ່ນດິນໄຫວຄັ້ງຮຸນແຮງເມື່ອ 70 ລ້ານປີກ່ອນ ມີສ່ວນທີ່ຫລອດຊີວິດຢຸ່ຜິວນຳ້ແຕ່ 7% ເທົ່ານັ້ນຊຶ່ງປັດຈຸບັນມັນກໍກາຍເປັນປະເທດ ນິວຊີແລນ ແຕ່ຜູ້ຊຽວຊານເຊື່ອວ່າສ່ວນທີ່ຈົມລົງໄປນີ້ຈະກັບມາອີກຄັ້ງຫາກລະດັບນຳ້ທົ່ວໂລກຍັງຄົງດັນໂຕສູງໄປເລື່ອຍໆ ໃນປີ 2006 ໄດ້ມີການຄົ້ນພົບສາກ ຟອດຊິວ ຂອງສັດລ້ຽງລູກດ້ວຍນົມສະແດງໃຫ້ເຫັນວ່າ ZEALANDIA ມີສິ່ງມີຊີວິດລັກສະນະສະເພາະເປັນຂອງໂຕເອງກ່ອນທີ່ຈະຫາຍໄປ.
3.Iram of Pillars
ເມືອງນີ້ມີການບັນທືເອົາໄວ້ໃນຄຳພີ ອັນໂກອັນ ວ່າເປັນສະຖານທີ່ແຫ່ງຄວາມລຳລວຍເຕັມໄປດ້ວຍເສົາທີ່ສະແດງເຖິ່ງຄວາມສູງສົ່ງແຕ່ລະຄົນໃນເມືອງນີ້ເອີ່ນໄດ້ວ່າເປັນຊາວ AD ແລະເລີ່ມນັບຖື ອັນເລາະ ເຮັດໃຫ້ພວກເຂົາໄດ້ເຈີກັບພາຍຸຊາຍເຂົ້າທະລົ້ມຢ່າງໜັກ 8 ວັນ 7 ຄືນ ແລະເຮັດໃຫ້ເມືອງນີ້ຈົມຢູ່ໃນທະເລຊາຍໃນທີສຸດ ໃນປີ 1991 ໄດ້ມີການຄົ້ນພົບຊາກຂອງສິ່ງມີຊີວີດຢູ່ຂອງເມືອງນີ້ໃນປະເທດ ໂອມານ.
4.Doggerland
ເປັນພື້ນທີ່ຂະໜາດໃຫຍ່ທີ່ເຄີຍຕັ້ງຢູ່ລະຫວ່າງປະເທດ ອັງກິດ ປະເທດ ເດນມານ ເໝາະແກ້ການລ່າສັດແລະຫາປາຈົນໄດ້ຮັບຄວາມນິຍົມຈາກຜູ້ຄົນໃນຢຸກຫີນເມື່ອ 12000 ປີກ່ອນ ແຕ່ການຫາຍໄປຂອງສະຖານທີ່ນີ້ເກີດຈາກຄື້ນ ຊີນິມິ ລູກໃຫຍ່ປະມານ 7 ແມັດ ເຮັດໃຫ້ເກີດແຜ່ນດິນທະລົມຈົມຢູ່ໃນມະຫາສະມຸດອັນຍິ່ງໃຫຍ່ ຕໍ່ມານັກດຳນຳ້ໄດ້ພົບສາກສັດສູນພັນ ກະໂລກຂອງມະນຸດຂອງບັນທະບູຫລຸດ ແລະອາວຸດບູານອີກຫລາກຫລາຍໃນທະເລ.
5.Beringia
ດິນແດນທີ່ປຽບເໝືອນຂົວລະຫວ່າງທະວີບ ເອເຊຍ ແລະ ທະວີບ ອາເມລິກາເໜືອ ກ່ອນມັນຈະຈົມຫາຍໄປພ້ອມກັບສີ້ນສຸດຢຸກນຳ້ແຂງເມື່ອ 12000 ປີກ່ອນ ເພາະອັບພາຍົກຂອງສັດຫລາກຫລາຍ ເຮັດໃຫ້ນຳ້ແຂງຕ້ອງຈົມລົງໄປນຳ ມີທິດສະດີທີ່ເຊື່ອວ່າເມື່ອ 25000 ປີກ່ອນ ມີຜູ້ຄົນຍ້າຍຖ່ານຖິ້ນຈາກ ໄຊບີເລຍ ຜ່ານໄປກ່ອນ 10000 ປີ ພວກເຂົາໄດ້ອັບພະຍົກໄປອາເມລິກາເໜືອ ແລະຄ້ອຍໆກະຈ່າຍລົງໄປໃນ ອາເມລິກາໃຕ້ ຈຶ່ງເຊື່ອວ່າພວກເຂົາອາດຈະເປັນບັນທະບຸລຸດຂອງຊາວ ນີເຊີເມລິກາ ລວມເຖິ່ງຊົນພື້ນເມືອງທີ່ເອີ່ນວ່າ ອິນເດຍແດງ.
6.Mu
ເປັນແຜ່ນດິນທີເຊື່ອກັນວ່າເຄີຍຢູ່ລະຫວ່າງທະວີບ ອາເມລິກາ ແລະ ທະວີບ ເອເຊຍ ຄາດວ່າເປັນທີ່ຢູ່ອາໄສຂອງປະຊາດຊົນ Naacals ຕົ້ນກຳເນີດຂອງມະນຸດທີ່ຍອດໄປໃນ 50000 ປີກ່ອນ ຜູ້ສ້າງ ພິລະມິດ ອີຢິບ ຫຼື ຊາດ ມາຢັດ ກາຖືກສັນນິຖານວ່າໜາຈະອົບພະຍົກມາຈາກດິນແດນແຫ່ງນີ້ ໃນຂະນະຕອນເກີດແຜ່ນດິນໄຫວຄັ້ງຍິ່ງໃຫຍ່ຈົນເຮັດໃຫ້ສະຖານທີ່ແຫ່ງນີ້ຈົມລົງໄປໃນມະຫາສະມຸດ ມີທິດສະດີບອກວ່າໂຄງຫີນໃນມະຫາສະມຸດໃນປະເທດຢີ່ປຸ່ນສ່ວນໜຶ່ງສະແດງເຖິ່ງການມີແຜ່ນດິນທີຊື່ວ່າ Mu ຢູ່.
7.Lemuria
ຈາກການສັນນິຖານຂອງນັກວິຊາການຊາວ ອັງກິດ ເຊື່ອວ່າດິນແດນແຫ່ງນີ້ເຊື່ອມລະຫວ່າງປະເທດ ຊີລັງກາ ອອດສເຕເລຍ ແລະເກາະ ມາດາກັດສະກາ ລວມກັນເປັນແຜ່ນດີນໃຫຍ່ກ່ອນທີ່ຈະຈົມລົງໄປໃນມະຫາສະມຸດແລະຊື່ Lemuria ທີ່ຖືກຕັ້ງມາຈາກໂຕ ລີເມີ ເຊິ່ງເປັນສັດທີ່ສາມາດພົບໄດ້ຈາກທັງ 3 ແຫ່ງ ນອກຈາກນີ້ຍັງມີຄວາມເຊື່ອວ່າດິນແດນແຫ່ງນີ້ເປັນຕົ້ນກຳເນີດຂອງຊາວ ຄຳມິນ ກຸ່ມປະຊາດກອນທີ່ເກົ່າແກ່ທີ່ສຸດໃນໂລກ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

















Comments
Post a Comment