ແມ່ແຝດ 8 ໄດ້ເປີດໃຈເລື່ອງລາວສູ້ຊີວິດ ແລະຕ້ອງລ້ຽງລູກ 14 ຄົນ
ໃນວັນທີ່ 21 ທັນວາ ເດລິເມລາຍງານວ່າເລື່ອງຂອງແມ່ແຝດ 8 ຄົນອາເມລິກາ ສາຍາ ອ໊ອກໂຕມັມ ຜູ້ຕັ້ງທ້ອງໂດຍການເຮັດເດັກຫຼອດແກ້ວ ທັງທີ່ມີລູກຢູ່ແລ້ວ 6 ຄົນ ບໍ່ມີວຽກເຮັດງານທຳ ຈົນເຮັດໃຫ້ຖຶກວິພາກວິຈານ ເປັນປະເດັນໄປທົ່ວໂລກ ເມືອປີ 2009 ຈາກນັ້ນມີຊີວິດຍາກລຳບາກ ແລະ ກົດດັນຈົນເກືອບຂ້າໂຕຕາຍແລ້ວກໍ່ຜ່ານພົ້ນອຸປະສັກມາຈົນເລີ່ມຊີວິດໃໝ່ໄດ້ ຈຶ່ງເປີດໃຈໃຫ້ສຳພາດເພື່ອເປັນແຮງບັນດານໃຈໃຫ້ຜູ້ຍິງຄົນອື່ນໆ ສູ້ຊີວິດ
ນາຕາລີ ຫຼື ນັດຍາ ສຸໄລມານ ອາຍຸ 42 ປີ ເວົ້າວ່າ ໃນທີ່ສຸດຕອນທີ່ເລີ່ມຊີວິດໃໝ່ ປັນຫາການເງິນແລະຄວາມກົດດັນທີ່ຕອ້ງລ້ຽງລູກ 14 ຄົນ ຈາກທີ່ເຄີຍອົດທົນກັບການມີຊີວິດ
" ຂ້ອຍເຕີຍມີຊ່ວງທີ່ຕື່ນຂຶ້ນມາທຸກໆ ມື້ແລ້ວຕ້ອງຂົມຂື່ນ ບໍ່ມາມີຊີວິດອີກຕໍ່ໄປ ຮູ້ສຶກວ່າໂຕເອງບໍ່ມີຄຸນຄ່າທີ່ຈະເປັນມະນຸດ ແຕ່ຕ້ອງເຕື່ອນສະຕິໂຕເອງແລ້ວບອກວ່າ ເຮົາຈະຕ້ອງມີຊີວິດແລ້ວລ້ຽງລູກໃຫ້ໄດ້ ສິ່ງທີ່ເຮັດໃຫ້ຄຽດໂຕເອງ ແລະຢາກໃຫ້ລູກໆ ຈື່ລາວໃນແບບນັ້ນເລີຍ ລາວຖຶກບີບບັງຄັບໃນສິ່ງທີ່ບໍ່ຢາກເຮັດ ເພາະວ່າລາວຢ້ານວ່າຈະເບິ່ງແຍງລູກບໍ່ໄດ້ດີ ຢ້ານລູກບໍ່ໄດ້ຮັບສິ່ງທີ່ຄວນໄດ້ຮັບຈາກແມ່" ນາຕາລີ ໄດ້ເວົ້າໄວ້
ນັດຍາຕ້ອງທົນຢູ່ກັບຄວາມວຸນວາຍໃນຊີວິດຈົນຕ້ອງກິນຍາຫຼາຍຊີວິດ ລວມເຖິງເບັນໂຊໄດອາເຊພີນ ສຳຫຼັບກ່ອມປະສາດ ບາງທີກໍ່ກິນປະສົມກັບສິ່ງມືນເມົາ ຈົນໄດ້ຍິນຂ່າວວ່າ ວິດນິດ ຮູດຕັນ ເສຍຊີວິດເພາະການກິນຍາແບບນີ້ ຈຶ່ງເລີ່ມໄດ້ສະຕິ
ແມ່ລູກ 14 ຄົນລາຍນີ້ເຄີຍສະແດງໜັງໂປ້ ແລ້ວຜັນໂຕມາເປັນສາວຂາຍບໍລິການໃນເທັກທີ່ ຟໍລິດາ ຈຸດປ່ຽນຊີວິດເກີດຂຶ້ນໃນຄືນໜຶ່ງໃນເດືອນ ກຸມພາ 2013 ໃນເທັກເຮັດວຽກຢູ່ຊາຍແປກໜ້າທີ່ໂຕສູງຫຼາຍ ຢ່າງເຊົ້າມາຫາ ແລ້ວແນມຕາຂອງລາວ ຈັບມືຄ່ອຍໆແບບສຸພາບ ແລ້ວເວົ້າວ່າ "ເຈົ້າບໍ່ຈຳເປັນຕອ້ງເຮັດແບບນີ້ເລີຍ" ເວົ້າຊຳ້ປະມານ 5 ຮອບ
“ຕອນນັ້ນລາວກັ້ນນຳ້ຕາໄວ້ບໍ່ຢູ່ເລີຍ ນຳ້ຕາໄຫຼອາບແກ້ມ ລາວຮູ້ສຶກເສຍໃຈແລ້ວລາວແນມລົງໄປພື້ນແລ້ວເຫງີຍໜ້າຂຶ້ນມາ ແຕ່ເຂົາໄປແລ້ວ ລາວຄິດວ່າອາດເປັນເທວະດາກໍ່ໄດ້” ນັດຍາເລົ່າແລະເວົ້າວ່າ ແລ້ວຈາກນັ້ນລາວກໍ່ເລີມປ່ຽນແປງໂຕເອງ ແລ້ວຄິດຍ້ອນກັບໄປວ່າທີ່ແທ້ແລ້ວ ໂຕເອງແມ່ນໃຜ ຈົນສຳພັດເຖິງຄວາມສະຫງົບແລະຄວາມສຸກພາຍໃນໃຈ
“ການທີ່ຕ້ອງສູ້ທົນຄືຄູທີ່ດີທີ່ສຸດ ລາວກາຍເປັນຄົນທີ່ມີຄວາມສຸກແລະສົດຊື່ນທຸກເວລາຂອງທຸກມື້ ມີຄວາມສຸກກັບຈັງວະນ້ອຍໆ ບໍ່ແມ່ນໃນວັດຖຸ ມັນແມ່ນການໃຊ້ເວລາກັບຄອບຄົວ” ແມ່ລູກດົກໄດ້ເວົ້າ
ຍິງສາວພາລູກໆ ກັບໄປຢູ່ທີ່ເມືອງລາກູນາ ເຂດອໍເລນ ໃນແຄລິຟໍເນຍທີ່ໂຕເອງໄດ້ໃຫຍ່ຂຶ້ນມາ ສຳຫຼັບລູກໆ 6 ຄົນຂອງນັດຍາ ເປັນເດັກຫຼອດແກ້ວ ຈາກການຜະສົມທຽມ 5 ເທື່ອ ຄົນໃຫຍ່ອາຍຸ 16 ຊື່ ເອໄລຈາ ຕໍ່ມາອາເມລາ ອາຍຸ 15 ໂຈຊົວ ອາຍຸ 13 ເອເດັນ ອາຍຸ 11 ແລະແຝດຄາລິສາແລະຄາເລັບ ອາຍຸ 10 ປີ ສ່ວນແຝດຊຸດຫຼັງ 8 ຄົນ ອາຍຸ 9 ປີໃນເດືອນມັງກອນນີ້ ເປັນແຝດຊຸດ 8 ຊຸດດຽວທີ່ມີຊີວິດລອດໃນໂລກ
ລະຫວ່າງທີ່ກຳລັງພະຍາຍາມເຮັດໃຫ້ຊີວິດເຂົ້າຮູບເຂົ້າຮອຍ ໃນປີ 2014 ນັດຍາຖຶກຕັດສິນມີຄວາມຜິດໃນຂໍ້ຫາໂກງສະວັດຕິການຈາກລັດ ແລະຕ້ອງຮັບໂທດເຮັດວຽກໃນຊຸມຊົນ ແຕ່ຈົນເຖິງມື້ນີ້ນັດຍາຢືນຢັນວ່າ ບໍ່ໄດ້ເຮັດຜິດຫຍັງ ແລະດີທີ່ລົບລ້າງຄວາມຜິດໄດ້ໝົດ ປັດຈຸບັນນັດຍາໄດ້ເຮັດວຽກເປັນທີ່ປຶກສາຜູ້ຕິດຍາເສບຕິດແລະຕິດເຫຼົ້າອີກດ້ວຍ
ເມື່ອຍຖາມຄວາມຄິດທີ່ຕ້ອງມີລູກ 14 ຄົນ ນັດຍາສາລະພາບວ່າ ເປັນເລື່ອງທີ່ບໍ່ມີວຸດຕິພາວະ ແລະເປັນເລື່ອງທີ່ເຫັນແກ່ໂຕຫຼາຍ ບໍ່ໄດ້ຄິດໜ້າຄິດຫຼັງເລີຍ ເຮັດໄປເພາະຢາກມີລູກຫຼາຍ ແຕ່ບໍ່ຄິດວ່າສິພົບກັບປັນຫາແບບນີ້ ຢ່າງລູກຄົນທີ່ 4 ຊື່ເອເດນ ເປັນເດັກອາທິດຕິກ ເຮັດໃຫ້ຕ້ອງເບິ່ງແຍ່ເປັນພິເສດ ດີກວ່າລູກຄົນອື່ນໆ ຊ່ວຍກັນປົກປ້ອງ ແລະຕົນກໍ່ເປີດເຜີຍບອກລູກໆ ໃຫ້ຮູ້ວ່າອໍທິດຕິກເປັນແບບໃດ
ລາວຮ໋ອດຮິດ See New. Hear New. Feel New.











Comments
Post a Comment