ນາທີລະທຶກ!! ສາວຕົກຊັ້ນ 9 ໂຮງແຮມກະແທກລະບຽງຊັ້ນ 2 ແຕ່ລອດປະຕິຫານ (ມີຄລິບ)



ສຳນັກຂ່າວຊີຈີເອັນຂອງຈີນເຜີຍແຜ່ຄົນຕົກຫ້ອງພັກຈາກໂຮງແຮມ 2 ຄັ້ງ ແຕ່ລອດປະຕິຫານ ເຫດເກີດທີ່ເທສະມົນທົນຫລານໂຈວ ທາງຕອນເໜືອຂອງຈີນ ເມື່ອວັນທີ່ 7 ທັນວາ 2017

ໃນຄລິບຈະເຫັນແມ່ຍິງຕົກຈາກຫ້ອງພັກຊັ້ນ 9 ລົງມາທີ່ລະບຽງທີ່ເປັນຂອບຜະໜັງຢື່ນອອກມາຈາກຊັ້ນ 2 ໄດ້ຮັບບາດເຈັບ ແຕ່ຍັງມີຊີວິດຢູ່ ກ່ອນຈະຄານໄປທີ່ຂອບຜະໜັງແລະຕົກລົງໄປອີກຄັ້ງ

ແຕ່ໂຊກດີທີ່ບັນດາຄົນມຸງຖ້າຢູ່ທາງລຸ່ມຊ່ວຍກັນຮັບໂຕໄວ້ ຕຳຫຼວດແລະແພດມາຖ້າທີ່ເກີດເຫດກ່ອນໜ້ານີ້ ຟ້າວນຳໂຕຄົນເຈັບສົ່ງໂຮງໝໍ ໂດຍອາກາດຍັງຊົງໂຕ







ຊົມຄລິບ




ຂໍຂອບໃຈທີ່ຕິດຕາມເພດ ລາວຮ໋ອດຮິດ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments