ຂ່າວດ່ວນ!! ເຈົ້າໜ້າທີ່ໄດ້ສະກັດຈັບລົດຂອງຄົນລາວຂົນເງິນ 98 ລ້ານບາດຂ້າມດ່ານ
ປະເທດໄທ: ວັນທີ 12 ທັນວາ 2017 ລາຍງານຈາກ ເຈົ້າໜ້າທີ່ ດ່ານໜອງຄາຍ ໃຫ້ຮູ້ວ່າ ໄດ້ມີການກວດຄົ້ນ ລົດ ແລນຄຣຸຍເຊີ ທະບຽນ ລາວ ກຳແພງນະຄອນ ກກ 1844 ທີ່ກຳລັງຈະຂ້າມຈາກ ໄທມາລາວ. ໄດ້ພົບເຫັນ ເງິນທີ່ຖືກເຊື່ອງໄວ້ກັບລົດດັ່ງກ່າວ. ນັບໄດ້ຈຳນວນ 98 ລ້ານບາດ. ທີ່ບັນຈຸໃນກອງນົມ ແລະ ມີລັງແກ້ວນໍ້າ ວັງທັບໄວ້ ພາຍໃນລົດ ແລະ ບໍລິເວນພາຍໃນ ກະໂປງໜ້າຂອງລົດ ຍັງມີຖົງຢາງທີ່ບັນຈຸເງິນເຊື່ອງໄວ້.
ຫຼ້າສຸດ ເຈົ້າໜ້າທີ່ໄດ້ຈັບກຸມ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບການຂົນເງິນອອກນອກປະເທດໃນຄັ້ງນີ້ ໂດຍບໍ່ມີການຜ່ານຕາມຂັ້ນຕອນທີ່ຖືກຕ້ອງ ຂອງການເຄື່ອນຍ້າຍເງິນສົດ.
ພາບແລະຂ່າວ: ເຈົ້າໜ້າທີ່ດ່ານໜອງຄາຍ ແລະ ເພຈ ອີ່ຈັນ
ຂອບໃຈ
ຂ່າວຈາກ: ອີຈັນ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.









Comments
Post a Comment