Apple ຊື່ອີກແລ້ວ!! Apple ຊື່ກິດຈະການ Shazam ຄົ້ນຫາເພັງດ້ວຍສຽງ


Apple ໄດ້ເປີດເຜີຍແລະຢືນຢັນຂໍ້ມູນກ່ຽວກັບການ ເຂົ້າຊື່ກິດຈະການ Shazam ແອັບຄົ້ນຫາເພັງດ້ວຍສຽງ ທີ່ນິຍົມໃຊໃນການຄົ້ນຫາເພັງ ລາຍການໂທລະທັດເປັນທີ່ຮຽບຮ້ອຍແລ້ວ

ຊ່ວງບໍ່ກີ່ມື້ມານີ້ມີຂ່າວວ່າ Apple ໃຫ້ຄວາມສົນໃຈ ແລະຈະເຂົາຊື່ກິດຈະການ Shazam ແອັບຄົ້ນຫາເພັງດ້ວຍສຽງ ທີ່ຄົນນິຍົມໃຊ້ຫຼາຍໃນຕອນນີ້ ລ່າສຸດ (12/12/2017) ມີລາຍງານຈາກ Apple ເອງວ່າ Shazam ເປັນສ່ວນໜຶ່ງຂອງ Apple ແລ້ວ



Tom neumay ໂຄສົກຂອງ Apple ໄດ້ກ່າວກັບ BuzzFeed News ວ່າ Apple ຮູ້ສຶກບິນດີທີ່ຈະໄດ້ຮ່ວມງານກັບ Shazam ແລະຕັ້ງແຕ່ທີ່ແອັບ Shazam ເປີດໃຫ້ດາວໂຫລດໃນ App Store ກໍ່ໄດ້ຮັບຄວາມຍິນດີຫຼາຍ ເປັນແອັບຢອດນິຍົມອັນດັບຕົ້ນໆ ມີຄົນໃຊ້ຫຼາຍຮ້ອຍລ້ານຄົນ ແລະແອັບນີ້ພ້ອມທີ່ຈະຍ້າຍໄປຢູ່ Platform ໃຫມ່ ເພື່ອໃຫ້ບໍລິການແກ່ຄົນແລ້ວ



Neumay ເຜີຍເພີ່ມຕືມວ່າ Apple Music ແລະ Shazam ເປັນຫຍັງທີ່ລົງຖຕແລະເຂົາກັນດີຫຼາຍ ສາມາດເຮັດວຽກຮ່ວມກັນໃນການຄົ້ນຫາເພັງ ແລະສົ່ງມອບປະສົບການໃນການຟັງເພັງໄດ້ເປັນຢ່າງດີ

ຈັ່ງໃດກາຕາມບໍ່ມີຂໍ້ມູນເປີດເຜີຍເຖິ່ງມູນຄ່າຊື່ກິດຈະການຄັ້ງນີ້ ໂດຍສື່ຕ່າງປະເທດຄາດການວ່າຢູ່ປະມານ 400-500 ລ້ານໂດລາສະຫະລັດ ສ່ວນຮູບແບບການພັດທະນາແອັບຂອງ Apple ຈະເປັນແບບໃດ ຕ້ອງຕິດຕາມກັນຕໍ່ໄປ


cr IPhoneMod.net
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments