ຄົນຮ້າຍພະຍາຍາມກໍ່ຈະລາຈົນທີ່ນິວຢອກ ໂຊກດີທີ່ລະເບີດບໍ່ເຮັດຊະນັ້ນໄດ້ມີການສູນເສຍຄັ້ງໃຫຍ່ແນ່ນອນ (ມີຄລິບ)
ຊາວນິວຢອກຕ້ອງຜະຫວາໄປທົ່ວເມືອງ ເມື່ອມີສຽງລະເບີດຂຶ້ນທີ່ສະຖານີຂົນສົ່ງ(Port Authority) ໃຈກາງມະຫານະຄອນນິວຢອກ, ໂຊກດີຜູ້ພະຍາມກໍ່ເຫດຄັ້ງນີ້ກົດລະເບີດຜິດພາດເຮັດໃຫ້ລະເບີດທີ່ມັດຕິດຕົວບໍ່ລະເບີດຫມົດ ກ່ອນທີ່ຈະຖືກເຈົ້າຫນ້າທີ່ບຸກຄວບຄຸມຕົວໄວ້ໄດ້ .
ເຫດການຄັ້ງນີ້ເຮັດໃຫ້ມີຜູ້ບາດເຈັບ 4 ຄົນ ລວມຜູ້ກໍ່ເຫດ. ເຊິ່ງສື່ມວນຊົນຂອງອາເມລິກາລາຍງານວ່າ ໃນຊ່ວງເວລາເລັ່ງດ່ວນຂອງເຊົ້າວັນຈັນ ໄດ້ເກີດເຫດພະຍາຍາມກໍ່ການຮ້າຍຂຶ້ນຈຸດເຊື່ອມລະຫວ່າງສະຖານີລົງໄຟໃຕ້ດິນ ກັບສະຖານີລົດປະຈຳທາງ (Port Authority) ໃກ້ກັບທາມສະແຄ ໃຈກາງມະຫານະຄອນນິວຢອກສະຫະລັດອາເມລິກາ.
ເຊິ່ງໂຊກດີ ທີ່ການກໍ່ເຫດມີຄວາມຜິດພາດ ເພາະລະເບີດ 2 ຊຸດ ທີ່ມັດຕິດຕົວມານັ້ນບໍ່ເຮັດວຽກຫມົດແລະລະເບີດໄປພຽງ1 ຊຸດ.
Akayed Ullah ຜູ້ກໍ່ເຫດ
ເຈົ້າຫນ້າທີ່ຕຳຫຼວດລາຍງານວ່າເຫດການກໍຄັ້ງນີ້ຫາກປະສົບຜົນສຳເລັດບໍ່ຄິດເລີຍວ່າຈະເກີດການສູນເສຍຊໍ່າໃດເພາະຈຸດທີ່ເກີດເຫດເຕັມໄປດ້ວຍຜູ້ຄົນ.
ຜູ້ພະຍາຍາມກໍ່ເຫດເປັນຊາວບັງກາເດັດ ອາຍຸ27 ປີ ຊຶ່Akayed Ullah ເຊິ່ງມາຢູ່ອາເມລີກາ 7 ປີແລ້ວ.
ຄລິບ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment