ບັນດາຊື່ວັດຕ່າງໆຂອງຕົວເມືອງວຽງຈັນຊັ້ນໃນ ທີ່ບໍ່ໄດ້ມີການບູລະນະຄືນ ຫລັງຈາກຖືກທຳລາຍຈາກສົງຄາມສະຫຍາມ ເຊິ່ງປະຈຸບັນບໍ່ມີແລ້ວ ເຫລືອແຕ່ຊື່.



ບັນດາຊື່ວັດຕ່າງໆຂອງຕົວເມືອງວຽງຈັນຊັ້ນໃນ ທີ່ບໍ່ໄດ້ມີການບູລະນະຄືນ ຫລັງຈາກຖືກທຳລາຍຈາກສົງຄາມສະຫຍາມ ເຊິ່ງປະຈຸບັນບໍ່ມີແລ້ວ ເຫລືອແຕ່ຊື່.
ເມື່ອປີ ຄສ 1828 ເມືອງວຽງຈັນຖືກສັກດິນາສະຫຍາມ ເຂົ້າໂຈມຕີ ກວດລ້າງຜູ້ຄົນແລະຈູດເຜົາ ເມືອງວຽງຈັນກໍ່ເປັນເມືອງຮ້າງ ເປັນເວລາ 65 ປີ ພໍຕົກມາຮອດ ປີ ຄສ 1893 ຝຣັ່ງເສດກັບສະຫຍາມ ກໍ່ມາແບ່ງປັນເມືອງລາວກັນປົກຄອງ ຝຣັ່ງເສດປົກຄອງຝັ່ງຕາເວັນອອກຂອງແມ່ນ້ຳຂອງ ສ່ວນສະຫຍາມກໍ່ປົກຄອງຝັ່ງຕາເວັນຕົກຂອງແມ່ນ້ຳຂອງ
ເມືອງວຽງຈັນ ເມື່ອຝຣັ່ງເສດມາປົກຄອງໃຫມ່ໆນັ້ນ ເປັນເມືອງຮ້າງ ບໍມີຜູ້ຄົນຢູ່ ປະຊາຊົນສ່ວນຫລາຍຈະຢູ່ເຂດນອກ ເພື່ອກໍ່ສ້າງບ່ອນຢູ່ອາໄສ ແລະຫ້ອງການ ຝຣັ່ງເສດ ຈຶ່ງໄດ້ນຳເອົາ ຄົນຫວຽດນາມພາກກາງ ເຂົ້າມາຢູ່ ປະມານ 30 ຄອບຄົວ ເມື່ອປີ ຄສ 1900 ປະກອບດ້ວຍ : ຊ່າງໄມ້ ຊ່າງກໍ່ ນາຍພາສາ ຄູ ສະໝຽນ ແລະຄົນຮັບໃຊ້ ແລະໄດ້ມີພໍ່ຄ້າຄົນຈີນ ປະມານ 10 ຄອບຄົວ ມາຕັ້ງເຮືອນຢູ່ແຖວແຄມຂອງ ຫນ້າວັດຈັນ ຈາກນັ້ນ ເມືອເຫັນວ່າບ້ານເມືອງມີຄວາມສະຫງົບດີແລ້ວ ຄົນວຽງຈັນທີ່ລົບຫນີ້ຈາກສົ່ງຄາມ ກໍ່ເລິ່ມທະຍອຍເຂົ້າມາວຽງຈັນ ໂດຍປູກເຮືອນຕູບໄມ້ໄຜ່ ມຸງດ້ວຍໄມ້ໄຜ່ລຽບຕາມແຄມຂອງຕັ້ງແຕ່ປາກປ່າສັກລົງມາຮອດທາຕຸຂາວ



ຝຣັ່ງເສດໄດ້ແຕ່ງຕັ້ງ ເພຍ ສີ ສຸວັນນະວົງສາ ເປັນເຈົ້າເມືອງວຽງຈັນຄົນທຳອິດ ( 1893-1905 ) ເພື່ອຮັບໃຊ້ຝຣັ່ງເສດ ຕອນນັ້ນເທດສະບານເມືອງວຽງຈັນ ມີ 1 ຕາແສງ ເອິ້ນວ່າ : ຕາແສງເມືອງ ເຊິ່ງປະກອບດ້ວຍ 5 ບ້ານ ຄື : ບ້ານວັດຈັນ , ບ້ານຫາຍໂສກ, ບ້ານຊຽງຍືນ , ບ້ານເພຍວັດ ແລະບ້ານທາດຂາວ ພົນລະເມືອງທີ່ເຂົ້າມາຢູ່ໃນໄລຍະທຳອິດນັ້ນ ແມ່ນໄທພວນ ທີ່ມາຈາກລ່ອງນ້ຳງື່ມ ປະກອບດ້ວຍ : ( ຕະກຸນອິນທະວົງ ມາຢູ່ຄຸ້ມສີຖານ, ຕະກຸນສຸວັນນະວົງ ມາຢູ່ຄຸ້ມວັດຈັນ, ຕະກຸນຊະນະນິກອນ ມາຢູ່ຄຸ້ມເພຍວັດ ແລະຕະກຸນພົມມະວົງສາ ແລະອື່ນໆ...) ໄລຍະນີ້ຄົນວຽງຈັນເດິມ ທີ່ແຕກຫນີ້ໄປ ກໍ່ກັບຕ່າວຄືນມາຢູ່ອາໄສ ລວມປະຊາກອນໃນຄັ້ງນັ້ນມີ ປະມານ 1,800 ຄົນ.
ຈາກນັ້ນມາໃນຍຸກປະມານປີ ຄສ 1930 ປະຊາຊົນລາວທີ່ແຕກຫນີຈາກສົ່ງຄາມແມ່ນໄດ້ເລີ່ມເຂົ້າມາຫລາຍຂຶ້ນແລ້ວ ກໍ່ໄດ້ມີການປະຕິສັງຂອນບ້ານເຮືອນ ແລະ ວັດວາອາຮາມ ຂຶ້ນຫລາຍໆວັດ ສ່ວນບາງວັດກໍ່ບໍ່ໄດ້ປະຕິສັງຂອນຄືນ ເນື່ອງດ້ວຍເປ່ເພຈົນບໍ່ສາມາດປົວແປງໄດ້ຄືນມາເປັນວັດໄດ້ ເຊິ່ງວັດເຫລົ່ານັ້ນປະກອບດ້ວຍ :




1.ວັດກາງ ( ແຖວໂຮງແຮມລ້ານຊ້າງ ) 
2.ວັດສີສຸມົນ ( ແຖວໂຮງແຮມລາວພລາຊາ )
3.ວັດສີບຸນຍືນ
4.ວັດສີມຸງຄຸນ ( ແຖວນ້ຳພຸທິດເຫນືອ)
5.ວັດພົມອາຂັນ 
6.ວັດຜາຂາວ ( ແຖວນ້ຳພຸ )
7.ວັດປູ່ຍ່ອນ ( ຂ້າງເດິນກິລາເຈົ້າອະນຸວົງ ) 
8.ວັດໂພນອາຣາມ ( ສະຖານທູດອາເມລິກາ ແຖວທາຕຸດຳ) 
9.ວັດສວນຫຼວງ 
11.ວັດຫໍໄຕຄຳ 
12.ວັດໜອງຫອມ 
13.ວັດເພຍວັດ ( ຫາກໍ່ປະຕິສັງຂອນຄືນໃຫມ່ ເມື່ອປີ 1958-1960 ມານີ້ ) 
14.ວັດພຣະໂພທິສະຣາດ (ຫາກໍ່ປະຕິສັງຂອນຄືນໃຫມ່ ເມື່ອປີ1960-1965 ມານີ້)
15.ວັດພຣະແພງ




16.ວັດສາຄວນ ຫລືວ່າສາຄວງ
17.ວັດຄຳລຽນ ຫລືວ່າ ວັດຂາມຫລ່ຽມ 
18.ວັດທາຕູສີ 
19.ວັດເກີນ 
20.ວັດທາຕຸນ້ອຍ 
21.ວັດສີວັນນະພູມ 
22.ວັດພິດສະດານ (ແຖວໂຮງຮຽນທາຕຸຂາວ ) 
23 ວັດຍອດແກ້ວ ( ແຖວຫໍພັກແພດສາດ ) 
24.ວັດສະຄື ( ແຖວວັດບຶງຂະຫຍອງ ) 
25.ວັດທາຕຸແດງ 
26.ວັດມະໂນ 
27.ວັດສີພົມ ( ແຖວກົມການຢາ ) 
28.ວັດນາໂຮມ 
29.ວັດພຣະບາງ 
30.ວັດສີຫອມ (ປະຈຸບັນຍັງພົບເຫັນທາຕຸນ້ອຍຢູ່ຫນ້າເຮືອນປະຊາຊົນໃນເຂດບ້ານຂົວຫລວງ)





31.ວັດສີສຸວັນນະພູມ
32.ວັດສີພົມ
33.ວັດພຣະຣາດຊະນັດດາ (ທີ່ພຣະເຈົ້າໄຊເຊດຖາທິຣາຊ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ) ຕັ້ງຢູ່ບໍເວນແຖວທາຕຸດຳ ...






( ໃຜມີຂໍ້ມູນເພິ່ມຕື່ມ ຈາກບັນດາວັດຕ່າງໆທີ່ບໍ່ໄດ້ບູຣະນະຄືນ ກໍ່ບອກກ່າວມາດ້ວຍເດີ )
ດັ່ງນັ້ນ ບັນດາວັດຕ່າງໆ 30 ກວ່າວັດນີ້ ເປັນວັດທີ່ສູນຫາຍໄປຈາກເມືອງວຽງຈັນແລ້ວ ມີແຕ່ຊື່ໃຫ້ຮູ້ ສ່ວນວັດທີ່ມີຊື່ນີ້ບາງວັດຍັງບໍ່ຮູ້ວ່າຢູ່ຈຸດໃດ ຮູ້ແຕ່ວ່າຢູ່ເຂດກຳແພງເມືອງວຽງຈັນຊັ້ນໃນ ເທົ່ານັ້ນ.

ຂໍຂອບໃຈແຫຼ່ງຂ່າວ: Art and Culture Laos
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments