ແບບນີ້ກະມີເນາະ??? ຊູ້ຮັກອິນເດຍຮ່ວມຂ້າຜົວຝ່າຍຍິງ ແລ້ວທຳຮ້າຍໃບຫນ້າໂຕເອງເພື່ອສັນຍາກຳສວມຮອຍແທນ
ໃນວັນທີ່ 13 ທັນວາ ຂ່າວຕ່າງປະເທດໄດ້ລາຍງານຄະດີຄາດຕະກຳທີ່ໂດ່ງດັງ ໃນປະເທດອິນເດຍວ່າ ມີຍິງ ແລະ ຊາຍຊູ້ຮ່ວມກັນຂ້າຜົວຂອງຝ່າຍຍິງ ຈາກນັ້ນໃຫ້ຊາຍຊູ້ໄປເຮັດສັນຍາກຳແປງໂສມ ເພື່ອຈະສວມຮອຍເປັນຜົວຕົວເອງແທນ ຕາມພລ໋ອດ ຫນັງເລື່ອງດັງຂອງຕ່າງປະເທດ.
ເຫດເກີດຂຶ້ນທີ່ເມືອງນາຄາກຸມູນ ລັດເຕລັງຄານາ ທາງໃຕ້ຂອງອິນເດຍ ຜູ້ກໍ່ເຫດຊື່ ນາງສະວາຕິ ເລດດີ ອາຍຸ 27 ປີ ອາຊີບແພດ ຮ່ວມກັບທ້າວຣາເຊດ ອັດຊາໂກລຸ ຊາຍຊູ້ອາຊີບພະນັກງານກາຍຍະພາບບຳບັດ ຂ້າທ້າວ ສຸລະການ ເລດດີ ຜົວຂອງນາງສະວາຕິ ອາຍຸ 32 ປີ ເມື່ອວັນທີ່ 26 ພະຈິກ ຈາກນັ້ນໄດ້ນຳເອົາສົບໄປຝັງເຊື່ອງໄວ້.
ທ້າວ ສຸລະການ ເລດດີ (ເຫຍື່ອ) ແລະ ນາງສະວາຕິ ເລດດີ (ເມຍ ຜູ້ວາງແຜນຂ້າ)
ຈາກນັ້ນຊາຍຊູ້ຍອມເຈັບໂຕ ໃຊ້ນ້ຳກົດລາດລົງໃບຫນ້າຂອງຕົນເອງ ທຳທ່າວ່າຕົກເປັນເຫຍື່ອສາດນ້ຳກົດ ເພື່ອຈະໄດ້ເຂົ້າຮັບການຜ່າຕັດຟື້ນຟູໃບຫນ້າ ໂດຍເຂົ້າໂຮງຫມໍວັນທີ່ 28 ພະຈິກ. ຂະນະນັ້ນພໍ່ແມ່ຂອງເຫຍື່ອທີ່ຖືກຂ້າເບິ່ງບໍ່ອອກ ຍອມອອກເງິນຄ່າຮັກສາໃຫ້ 256,000 ບາດ ເພາະຄິດວ່າເປັນລູກຊາຍຂອງຕົນເອງ.
(ຊາຍຊູ້ຮັກສາຕົວຢູ່ໂຮງຫມໍ)
ຈັ່ງໃດກໍ່ຕາມແຜນການດັ່ງກ່າວໄດ້ຖືກຈັບໄດ້ ເພາະແກງແກະຖ້ວຍດຽວ ເມື່ອນ້ອງຂອງທ້າວສຸລະການໄປຢ້ຽມຢູ່ໂຮງຫມໍໃນວັນທີ່ 9 ທັນວາ ແລະໄດ້ເຫັນຂໍ້ຜິດສັງເກດວ່າຄົນໄຂ້ລາຍນີ້ບໍ່ນ່າຈະແມ່ນອ້າຍຂອງຕົວເອງ ເພາະເມື່ອແພດເສີບແກງແກະໃຫ້ເຂົາກໍ່ບໍ່ກິນ ບອກວ່າເປັນມັງສະວິລະ ທັງທີທ້າວສຸລະການບໍ່ໄດ້ເປັນ ນ້ອງຊາຍຈຶ່ງໄປແຈ້ງຕຳຫລວດໃຫ້ຊ່ວຍກວດລາຍນິ້ວມື ຈົນພິສູດໄດ້ວ່າບໍ່ແມ່ນຕົວຈິງ
(ທ້າວ ຣາເຊດ ກ່ອນເສຍໂສມ)
Cr: khaosod
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment